ນາຍົກລັດຖະມົນຕີບາບາດົສ ເຕືອນໃຫ້ຜູ້ເຈດຕະນາຢາກຍຸແຍ່ການພົວພັນຈີນ-ບາບາດົສ ຢ່າສູ່ເສຍເວລາລ້າໆ

2023-07-03 16:45:40 cri


ຫວ່າງມໍ່ໆມານີ້, ທ່ານນາງມິອາ ມົດເລ ນາຍົກລັດຖະມົນຕີບາບາດົສ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ພວກຂ້າພະເຈົ້າຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ພວກຂ້າພະເຈົ້າຊົມເຊີຍສະຕິປັນຍາໃນຂໍ້ລິເລີ່ມດັ່ງກ່າວ. ຂ້າພະເຈົ້າໄດ້ກ່າວໃນເວລາແລກປ່ຽນຄວາມເຫັນກັບທ່ານສີຈິ້ນຜິງ ປະທານປະເທດຈີນໄປກ່ອນໜ້ານີ້ວ່າ: ພວກຂ້າພະເຈົ້າເຫັນວ່າ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມຈົບງາມຫຼາຍ, ໄດ້ຊຸກຍູ້ການເຊື່ອມຈອດກັນຂອງໂລກ ພ້ອມທັງສ້າງໂອກາດໃໝ່ໃຫ້ແກ່ປະເທດຕ່າງໆ. ຂ້າພະເຈົ້າເຊື່ອໝັ້ນວ່າ: ຖ້າວ່າທຸກຄົນຮ່ວມແຮງຮ່ວມໃຈກັນ, ໂລກຈະມີຄວາມດີງາມຫຼາຍກວ່າເກົ່າ. ຂ້າພະເຈົ້າມັກເວົ້າຢູ່ເລື້ອຍໆວ່າ: ທຸກຄົນຫາຟືນຮ່ວມກັນ ກໍຈະມີແປວໄຟສູງຂຶ້ນກວ່າ. ເມື່ອມີຄົນມາຊັກຖາມພວກຂ້າພະເຈົ້າວ່າ: ພວກເຈົ້າໄດ້ຮັບເງິນກູ້ຈາກຈີນຫຼາຍປານໃດ ພ້ອມທັງບອກພວກຂ້າພະເຈົ້າວ່າເຮັດແນວນີ້ບໍ່ໄດ້, ເຮັດແນວນັ້ນກໍບໍ່ໄດ້, ຂ້າພະເຈົ້າເລີຍຕອບໂຕ້ຄືນວ່າ: ຢ່າສູ່ມາເວົ້າແນວນີ້. ເລີ່ມແຕ່ບາບາດົສມີຄວາມເປັນເອກະລາດເປັນຕົ້ນມາ, ຈີນກໍແມ່ນຄູ່ຮ່ວມພັດທະນາທີ່ເຂັ້ມແຂງຂອງບາບາດົສ ມາໂດຍຕະຫຼອດ. ໃນເວລາກ່າວຄຳປາໄສຢູ່ອົງການສະຫະປະຊາຊາດ ຫຼື ສປຊ ເປັນຄັ້ງທຳອິດ, ນາຍົກລັດຖະມົນຕີບາບາດົສໃນເວລານັ້ນໄດ້ກ່າວຢືນຢັນວ່າ: ພວກຂ້າພະເຈົ້າຈະຜູກມິດກັບປະເທດອັນມະຫາສານ, ຈະບໍ່ເປັນປະເທດຜູກມັດຂອງໃຜ. ດັ່ງນັ້ນ, ພວກຂ້າພະເຈົ້າຈິ່ງມີຄວາມກ້າຫານທີ່ສ້າງສາຍພົວພັນທາງການທູດກັບຈີນໃນປີ 1977, ພວກຂ້າພະເຈົ້າມີຄວາມກ້າຫານທີ່ສ້າງສາຍພົວພັນທາງການທູດກັບກູບາ ແລະ ສືບຕໍ່ສະໜັບສະໜູນເວເນຊູເອລາຢ່າງເປີດເຜີຍ. ນີ້ແມ່ນວິທີຢູ່ລອດຂອງພວກຂ້າພະເຈົ້າ ກໍຄືຫຼັກການປະຕິບັດຂອງລັດຖະບານທຸກຊຸດ ເຊິ່ງບໍ່ວ່າຈະແມ່ນພັກການເມືອງໃດປົກຄອງປະເທດຊາດ. ສິ່ງນີ້ແມ່ນພາກສ່ວນໜຶ່ງຂອງຈິດໃຈປະຊາຊາດຂອງພວກຂ້າພະເຈົ້າ.