ໂຄສົກຄະນະທູຕານຸທູດຈີນປະຈຳອາຊຽນກ່າວວ່າ: ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຕາມລຳພັງໃຈ ແມ່ນການກະທຳທີ່ເຫັນແກ່ໂຕ ແລະ ບໍ່ມີຄວາມຮັບຜິດຊອບທີ່ສຸດ

2023-07-03 15:36:03 cri

 

    ຫວ່າງມໍ່ໆມານີ້, ໂຄສົກ ຄະນະທູຕານຸທູດຈີນປະຈຳອາຊຽນກ່າວວ່າ: ຍີ່ປຸ່ນບໍ່ຄຳນຶງເຖິງພັນທະທີ່ລະບຸໄວ້ໃນກົດໝາຍສາກົນ ແລະ ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍມະຫາສະໜຸດຂອງອົງການສະຫະປະຊາຊາດ, ບໍ່ຄຳນຶງເຖິງຄວາມເປັນຫ່ວງ ແລະ ການຄັດຄ້ານຢ່າງຮຸນແຮງຈາກປະຊາຄົມໂລກ, ຕັດສິນໃຈລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຕາມລຳພັງໃຈ ແມ່ນການກະທຳທີ່ເຫັນແກ່ໂຕ ແລະ ບໍ່ມີຄວາມຮັບຜິດຊອບທີ່ສຸດ.

    ປະເທດສະມາຊິກອາຊຽນສ່ວນໃຫຍ່ແມ່ນປະເທດທີ່ຕິດກັບມະຫາສະໜຸດ, ສະພາບແວດລ້ອມມະຫາສະໜຸດແມ່ນກ່ຽວພັນເຖິງຄວາມຜາສຸກຂອງປະຊາຊົນບັນດາປະເທດໃນພາກພື້ນ, ໃນເມື່ອຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແລ້ວ, ປະເທດເຫຼົ່ານີ້ຈະກາຍກາຍເປັນປະເທດທີ່ໄດ້ຮັບຜົບກະທົບໄວກ່ອນໝູ່. ພວກເຮົາສັງເກດເຫັນວ່າ: ປະເທດ ແລະ ປະຊາຊົນ ໃນພາກພື້ນຈຳນວນໜຶ່ງໄດ້ສະແດງຄວາມເປັນຫ່ວງເປັນຢ່າງສູງ ແລະ ຄວາມຄັດຄ້ານຢ່າງຮຸນແຮງຕໍ່ການກະທຳຂອງຍີ່ປຸ່ນ. ພວກເຮົາຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງມີຄວາມຮັບຮູ້ທີ່ຖືກຕ້ອງຕໍ່ຄວາມເປັນຫ່ວງທີ່ສົມເຫດສົມຜົນຂອງປະເທດອ້ອມຂ້າງ ແລະ ປະຊາຄົມໂລກ, ຈັດການນ້ຳປົນເປື້ອນລັງສີນິວເຄລຍດ້ວຍຮູບແບບປອດໄພທີ່ສອດຄ່ອງກັບພັນທະສາກົນ ແລະ ມາດຕະຖານຄວາມປອດໄພສາກົນ.