ທິມຊາດຈີນໄດ້ຄອງແຊ໋ມບານບ້ວງເພດຍິງຊີງຂັນອາຊີ

2023-07-03 16:28:03 CRI


   ວັນທີ 2 ກໍລະກົດນີ້, ການແຂ່ງຂັນບານບ້ວງເພດຍິງຊີງຂັນອາຊີປະຈຳປີ 2023ໄດ້ອັດລົງ, ທິມຊາດຈີນເອົາຊະນະທິມຊາດຍີ່ປຸ່ນ 73 ຕໍ່ 71 ຄະແນນໃນການແຂ່ງຂັນຮອບຊີງຊະນະເລີດ ໂດຍໄດ້ຮັບຂັນແຊ໋ມການແຂ່ງຂັນອີກເທື່ອໜຶ່ງໃນຮອບ 12 ປີ,ພ້ອມທັງເຮັດໃຫ້ທິມຊາດຍີ່ປຸ່ນສິ້ນສຸດການເປັນແຊ໋ມບານບ້ວງເພດຍິງຊີງຂັນອາຊີ 5 ເທື່ອລຽນຕິດ.