ຈີນຫວັງວ່າອົງການພະລັງງານປະລະມານູສາກົນຈະບໍ່ເປັນຜູ້ປະກັນແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ

2023-07-04 15:53:34 cri

ວັນທີ 30 ມິຖຸນາທີ່ຜ່ານມາ, ຄະນະກຳມະການກົດລະບຽບພະລັງງານປະລະມານູຍີ່ປຸ່ນໄດ້ສຳເລັດການກວດກາຮອບສຸດທ້າຍຕໍ່ອຸປະກອນປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລ  ແລະ ຈະລາຍງານຜົນການກວດກາສຸດທ້າຍໃນກອງປະຊຸມສາມັນທີ່ຈະຈັດຂຶ້ນໃນວັນທີ 5 ກໍລະກົດນີ້. ຖ້າຜົນການກວດກາດັ່ງກ່າວໄດ້ຜ່ານການຮັບຮອງ, ນ້ຳປົນເປື້ອນລັງສີນິວເຄລຍຂອງຟຸຄຸຊິມະອາດຈະຖືກປ່ອຍລົງສູ່ທະເລໃນໄວໆນີ້.

ສຳລັບແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລທີ່ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວກຳລັງເລັ່ງລັດຊຸກຍູ້ນັ້ນ, ສຽງຄັດຄ້ານຈາກພາຍໃນປະເທດຍີ່ປຸ່ນ ແລະ ປະຊາຄົມໂລກບໍ່ເຄີຍຂາດຈັກເທື່ອ. ໃນວັນທີ 30 ມິຖຸນາທີ່ຜ່ານມາ, ປະຊາຊົນຍີ່ປຸ່ນສືບຕໍ່ຈັດການໂຮມຊຸມນຸມຢ່າງສະໝັກໃຈ ໂດຍຫວັງຢາກໃຫ້ລັດຖະບານຍີ່ປຸ່ນຍຸດຕິຂະບວນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ. ພັກປະຊາທິປະໄຕຮ່ວມ ທີ່ເປັນພັກຝ່າຍຄ້ານໃຫຍ່ທີ່ສຸດຂອງສ.ເກົາຫຼີ ໄດ້ຈັດ “ງານໂຮມຊຸມນຸມປະຊາຊົນທົ່ວປະເທດເພື່ອກ່າວປະນາມການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລ” ຢູ່ໃຈກາງນະຄອນຫຼວງເຊອູນໃນວັນທີ 1 ກໍລະກົດນີ້ ເຊິ່ງມີປະຊາຊົນເກືອບ 1 ແສນຄົນເຂົ້າຮ່ວມ ໂດຍໄດ້ກ່າວປະນາມລັດຖະບານຍີ່ປຸ່ນທີ່ວາງແຜນປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ ພ້ອມທັງໄດ້ທວງ ໃຫ້ລັດຖະບານສ.ເກົາຫຼີຈົ່ງສະແດງການຄັດຄ້ານຢ່າງຊັດເຈນຕໍ່ເລື່ອງທີ່ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ. ເມື່ອບໍ່ດົນມານີ້, ທ່ານອູຈ່ຽງຮ້າວ ເອກອັກຄະລັດຖະທູດຈີນປະຈຳຍີ່ປຸ່ນໄດ້ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ ໂດຍໄດ້ສະແດງຫຼັກໝັ້ນອັນເຄັ່ງຂຶມ ແລະ ຄວາມເປັນຫ່ວງທີ່ສຳຄັນຂອງຈີນໃນການແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍຂອງຟຸຄຸຊິມະ. ຣັດເຊຍ, ຈີນ, ສ.ເກົາຫຼີ, ປະເທດສະມາຊິກສະຫະພາບເອີຣົບ ແລະອື່ນໆ ຕ່າງກໍໄດ້ປະຕິບັດນະໂຍບາຍຫ້າມນ້ຳເຂົ້າອາຫານຈາກຟຸຄຸຊິມະຍ້ອນມີຄວາມເປັນຫ່ວງຕໍ່ບັນຫາດັ່ງກ່າວ.

ເພື່ອປະຕິບັດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງງານຜະລິດໄຟຟ້ານິວເຄລຍເລກໜຶ່ງຟຸຄຸຊິມະລົງສູ່ທະເລ, ລັດຖະບານຍີ່ປຸ່ນໄດ້ຕັ້ງໜ້າວາງແຜນການ ແລະ ໂຄສະນາເກ້ຍກ່ອມປະເທດຕ່າງໆໃນໂລກ ແລະ ອົງການຈັດຕັ້ງສາກົນລວມທັງອົງການພະລັງງານປະລະມານູສາກົນ. ຕາມສື່ມວນຊົນຍີ່ປຸ່ນລາຍງານວ່າ: ທ່ານຣາແຟວ ມາເຣຍໂນ ໂກຣຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນຈະຢ້ຽມຢາມຍີ່ປຸ່ນໃນວັນທີ 4 ກໍລະກົດນີ້. ສື່ມວນຊົນສ.ເກົາຫຼີລາຍງານຂ່າວໂດຍອ້າງອີງຂ່າວທີ່ຖືກສົງໄສມາຈາກກະຊວງການຕ່າງປະເທດຍີ່ປຸ່ນວ່າ: ລັດຖະບານຍີ່ປຸ່ນເຄີຍໃຫ້ສິນບົນຫຼາຍກວ່າ 1 ລ້ານເອີໂຣຕໍ່ພະແນກເລຂາຂອງອົງການພະລັງງານປະລະມານູສາກົນໃນນາມ “ການບໍລິຈາກ” ເພື່ອສະແຫວງຫາການແກ້ໄຂຄວາມຂັດແຍ້ງດ້ານຫຼັກໝັ້ນກ່ຽວກັບແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລລະຫວ່າງລັດຖະບານຍີ່ປຸ່ນກັບອົງການພະລັງງານປະລະມານູສາກົນ ແລະ ຜູ້ຊ່ຽວຊານຂອງປະເທດຝ່າຍທີ 3. ມີຂ່າວລາຍງານວ່າ: ທ່ານຣາແຟວ ມາເຣຍໂນ ໂກຣຊີຈະຍື່ນບົດລາຍງານສຸດທ້າຍກ່ຽວກັບບັນຫາຄວາມປອດໄພຂອງການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຕໍ່ຍີ່ປຸ່ນໃນໄລຍະຢ້ຽມຢາມຍີ່ປຸ່ນ. ຍີ່ປຸ່ນຈະເຮັດຂໍ້ຕົກລົງເພື່ອເລືອກເວລາປະຕິບັດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໂດຍອີງໃສ່ບົດລາຍງານດັ່ງກ່າວ. ແຫຼ່ງຂ່າວຍັງໃຫ້ຮູ້ອີກວ່າ: ທີ່ຈິງແລ້ວ, ຂໍ້ສະຫຼຸບຂອງບົດລາຍງານສຸດທ້າຍໄດ້ຕົກລົງກ່ອນດຳເນີນການສຳຫຼວດແລ້ວ ກໍຄື “ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນແມ່ນມີຄວາມປອດໄພ”.

ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນກ່ຽວພັນກັບຜົນປະໂຫຍດຮ່ວມຂອງປະຊາຄົມໂລກ, ຫາກບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນພຽງແຕ່ຝ່າຍດຽວ. ເມື່ອບໍ່ດົນມານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຫວັງວ່າອົງການພະລັງງານປະລະມານູສາກົນຈະຍຶດຖືຫຼັກການຢ່າງພາວະວິໄສ, ເປັນມືອາຊີບ ແລະ ຍຸຕິທຳ, ອອກບົດລາຍງານປະເມີນສະບັບໜຶ່ງທີ່ສາມາດຜ່ານການກວດສອບຈາກວິທະຍາສາດ ແລະ ປະຫວັດສາດ ແລະ ບໍ່ເປັນຜູ້ປະກັນແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ.