ຈີນກັບໄທຮ່ວມມືກັນສ້າງຕັ້ງສູນຄົ້ນຄວ້າຈີນ

2023-07-04 14:50:50 CRI

    ເນື່ອງໃນໂອກາດການສະເໜີຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ10 ປີ, ວັນທີ 3 ກໍລະກົດນີ້, ສະຖາບັນວິທະຍາສາດສັງຄົມຈີນ ແລະ ສະພາຄົ້ນຄ້ວາແຫ່ງຊາດໄທໄດ້ເຊັນສັນຍາຢູ່ນະຄອນຫຼວງປັກກິ່ງ, ສອງຝ່າຍຕົກລົງສ້າງຕັ້ງສູນຄົ້ນຄວ້າຈີນຢູ່ນະຄອນຫຼວງບາງກອກຂອງໄທ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວິທະຍາສາດດ້ານວັດທະນະທຳ ແລະສັງຄົມຂອງສອງປະເທດຈີນ-ໄທ.


 

    ສູນຄົ້ນຄວ້າຈີນຈະລົງເລິກເຊື່ອມຕໍ່ຄວາມຕ້ອງການພັດທະນາຮ່ວມລະຫວ່າງສອງປະເທດ, ຕັ້ງໜ້າດຳເນີນການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆເຊັ່ນ: ການກໍ່ສ້າງທາງລົດໄຟຄວາມໄວສູງ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ອຸດສາຫະກຳພະລັງງານໃໝ່ເປັນຕົ້ນ, ຊຸກຍູ້ໃຫ້ພ້ອມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງກ້າວລົງສູ່ລວງເລິກຢ່າງແທ້ຈິງ.