ທາງລົດໄຟຈີນ-ລາວຈະນຳເອົາກາລະໂອກາດເພື່ອການພັດທະນາແບບສີຂຽວມາໃຫ້ແກ່ປະເທດໃນອາຊຽນ

2023-07-05 20:07:47 cri

ໃນຖານະເປັນທາງລົດໄຟສາກົນສາຍທຳອິດທີ່ປະເທດຈີນເປັນຝ່າຍລົງທຶນກໍ່ສ້າງຕົ້ນຕໍ, ແລະ ຕິດຕໍ່ກັບເຄືອຂ່າຍຂອງທາງລົດໄຟຈີນໂດຍກົງພາຍຫຼັງການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ອອກມາ. ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນໄລຍະ 18 ເດືອນເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 16,4 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 21 ລ້ານໂຕນ, ເຊິ່ງສະແດງໃຫ້ເຫັນເຖິງທ່ວງທ່າທີ່ມີຄວາມຄຶກຄັກໃນດ້ານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ. ໃນອະນາຄົດ, ທາງລົດໄຟຈີນ-ລາວຈະກາຍເປັນຂົວທີ່ສຳຄັນໃນການຊຸກຍູ້ການຮ່ວມມືດ້ານການພັດທະນາແບບສີຂຽວທີ່ມີຄຸນນະພາບສູງໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງຈີນກັບບັນດາປະເທດອາຊຽນ, ແລະ ສ້າງໂອກາດການພັດທະນາແບບສີຂຽວຫຼາຍກວ່າເກົ່າໃຫ້ແກ່ປະເທດໃນອາຊຽນ.

ພາຍໃຕ້ສະພາບທີ່ເກີດການປ່ຽນແປງຂອງດິນຟ້າອາກາດໃນຂອບເຂດທົ່ວໂລກ, ການຮ່ວມກັນຊຸກຍູ້ເປົ້າໝາຍການພັດທະນາແບບສີຂຽວມີຖານະນັບມື້ນັບສຳຄັນໃນການຮ່ວມມືສາກົນ. ປັດຈຸບັນ, ບັນດາປະເທດອາຊຽນຢາກບັນລຸເປົ້າໝາຍການຫັນປ່ຽນຮູບແບບການພັດທະນາໄປຕາມທິດທາງສີຂຽວຕ້ອງການການລົງທຶນສີຂຽວ 200 ຕື້ໂດລາໃນແຕ່ລະປີ, ແຕ່ວ່າບັນດາປະເທດອາຊຽນສາມາດສະໜອງທຶນໃຫ້ການພັດທະນາແບບສີຂຽວມີພຽງແຕ່ 40 ຕື້ຕໍ່ປີ. ອຸດສາຫະກຳສີຂຽວຂອງບັນດາປະເທດອາຊຽນມີຄວາມຕ້ອງການດ້ານເຕັກໂນໂລຊີ ແລະ ການລົງທຶນຈຳນວນຫຼວງຫຼາຍ, ຂະນະດຽວກັນນັ້ນ, ປະເທດຈີນພວມຕັ້ງໜ້າຊຸກຍູ້ການເປີດປະຕູສູ່ພາຍນອກດ້ານການເງິນ ແລະ ໂຄງການລົງທຶນແບບສີຂຽວ. ພາຍໃຕ້ຄວາມຕ້ອງການດ້ານການພັດທະນາແບບຍືນຍົງ, “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຕັມໄປດ້ວຍໂອກາດການຮ່ວມມືດ້ານການພັດທະນາແບບສີຂຽວ, ຄວາມຕ້ອງການດ້ານການລົງທຶນເພື່ອການພັດທະນາແບບສີຂຽວຂອງບັນດາປະເທດອາຊຽນພໍດີຖືກັບການລົງທຶນເພື່ອການພັດທະນາແບບສີຂຽວໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດຈີນ.

ໂດຍຜ່ານທາງລົດໄຟຈີນ-ລາວ, ບັນດາປະເທດອາຊຽນສາມາດພັດທະນາການຄ້າ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະເທດຈີນ ແລະ ປະເທດອື່ນໆຢ່າງສະດວກກວ່າເກົ່າ, ເພີ່ມທະວີການຮ່ວມມື ແລະ ການພັດທະນາຂອງພາກພື້ນ, ເຊິ່ງຈະເປັນຜົນດີຕໍ່ການຊຸກຍູ້ໃຫ້ເສດຖະກິດເຊື່ອມໂຍງເຂົ້າກັນ ແລະ ການພັດທະນາແບບສີຂຽວຂອງບັນດາປະເທດອາຊຽນ. ນອກນີ້, ການເປີດນຳໃຊ້ຂອງທາງລົດໄຟຈີນ-ລາວຈະນຳມາເຊິ່ງໂອກາດທີ່ມີລັກສະນະເປີດປະຕູກວ້າງກວ່າເກົ່າໃຫ້ແກ່ໂຄງການພັດທະນາແບບສີຂຽວລະຫວ່າງປະເທດໃນຂົງເຂດທີ່ກ່ຽວຂ້ອງ, ທັງຊຸກຍູ້ໃຫ້ການພັດທະນາແບບສີຂຽວທົ່ວໂລກກ້າວເຂົ້າສູ່ “ສະໄໝອາຊີ” ທີ່ຖືເຂດອາຊີຕາເວັນອອກສຽງໃຕ້ເປັນໃຈກາງຕື່ມອີກ.

ປີ 2023 ແມ່ນປີຄົບຮອບ 10 ປີຂອງການສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໃນໄລຍະ 10 ປີຜ່ານມາ, ຈີນໄດ້ເຊັນເອກະສານການຮ່ວມມືໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ກັບບັນດາປະເທດສະມາຊິກອາຊຽນທັງໝົດ. ໃນນັ້ນ, ທັດສະນະການພັດທະນາແບບສີຂຽວໄດ້ເຊື່ອງຊ້ອນຢູ່ໃນການຮ່ວມມືພາຍໃຕ້ຂອບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແຕ່ຕົ້ນຕະຫຼອດປາຍ, ການຮ່ວມມືດ້ານສິ່ງແວດລ້ອມນິເວດ ແລະ ການລົງທຶນອຸດສາຫະກຳສີຂຽວໄດ້ກາຍເປັນພະລັງຂັບເຄື່ອນໃໝ່ດ້ານການຮ່ວມມືທາງເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊຽນ. ເຊື່ອມໝັ້ນວ່າ: ພາຍໃຕ້ການຊຸກຍູ້ຈາກໂຄງການຮ່ວມມືຕ່າງໆເຊັ່ນ: ທາງລົດໄຟຈີນ-ລາວ ແລະ ໂຄງການອື່ນໆ, ປະເທດຈີນຈະສ້າງການພົວພັນຄູ່ຮ່ວມມືສາກົນພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ກັບບັນດາປະເທດອາຊຽນໃຫ້ນັບມື້ນັບແໜ້ນແຟ້ນກວ່າເກົ່າ, ການຮ່ວມມືລະຫວ່າງຈີນກັບອາຊຽນກໍຈະສ້າງໂອກາດດ້ານການພັດທະນາແບບສີຂຽວຫຼາຍກວ່າເກົ່າໃຫ້ແກ່ພາກພື້ນອາຊຽນ.