ອົງການຮ່ວມມືຊຽງໄຮຄວນກ້າວເຂົ້າສູ່ທິດທາງໃດ?

2023-07-05 11:08:32 CRI

 

   ວັນທີ 4 ກໍລະກົດນີ້, ກອງປະຊຸມສະພາມົນຕີປະມຸກລັດຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮໄດ້ຈັດຂຶ້ນຜ່ານຮູບແບບວິດີໂອ. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄໍາປາໄສຜ່ານຮູບແບບວິດີໂອໂດຍສະເໜີໃຫ້ອົງການຮ່ວມມືຊຽງໄຮຄວນສາມັກຄີແລະປະສານງານກັນ ເພື່ອເພີ່ມຄວາມແນ່ນອນແລະພະລັງແຮງທາງບວກຫຼາຍກວ່າເກົ່າເຂົ້າໃນການປົກປັກຮັກສາສັນຕິພາບແລະການພັດທະນາຂອງໂລກ.


   ອົງການຮ່ວມມືຊຽງໄຮສ້າງຕັ້ງຂຶ້ນໃນປີ 2001, ໃນຮອບ 22 ປີຜ່ານມາ, ອົງການດັ່ງກ່າວໄດ້ພັດທະນາກາຍເປັນອົງການຈັດຕັ້ງພາກພື້ນທີ່ມີລັກສະນະສັງລວມທີ່ມີພື້ນທີ່ກວ້າງຂວາງທີ່ສຸດ, ມີປະຊາກອນຫຼາຍທີ່ສຸດແລະມີກໍາລັງສັງລວມທີ່ເຂັ້ມແຂງຢູ່ໃນໂລກ.



   ໂລກໃນປັດຈຸບັນມີຄວາມສັບສົນປັ່ນປ່ວນ, ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນເວລາຮ້ອຍປີພວມເລັ່ງຜັນແປໄປ, ເຮັດໃຫ້ສັງຄົມມະນຸດປະເຊີນກັບສິ່ງທ້າຍທາຍແບບບໍ່ເຄີຍມີມາກ່ອນ. ສະນັ້ນ, ອົງການຮ່ວມມືຊຽງໄຮຄວນກ້າວເຂົ້າສູ່ທິດທາງໃດ?


   ທ່ານ ສີຈິ້ນຜິງ ໄດ້ໃຫ້ຄໍາຕອບທີ່ມີລັກສະນະແນ່ນອນ, ນັ້ນກໍຄື: ຄວາມປາດຖະໜາທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນປະເທດຕ່າງໆນັ້ນ, ເປັນສິ່ງທີ່ພວກເຮົາສະແຫວງຫາ, ກະແສຂອງຍຸກສະໄໝແຫ່ງສັນຕິພາບ, ການພັດທະນາ, ການຮ່ວມມືແລະຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນແມ່ນບໍ່ສາມາດກີດກັ້ນໄດ້.


   ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນຢ່າງມີລັກສະນະຈຸດສຸມວ່າ: ວົງຄະນາຍາດອົງການຮ່ວມມືຊຽງໄຮຄວນຍຶດໝັ້ນຖືເອົາມູນເຊື້ອສາມັກຄີແລະໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເຄົາລົບນັບຖືຜົນປະໂຫຍດໃຈກາງກໍຄືບັນຫາສໍາຄັນທີ່ເປັນຫ່ວງຂອງປະເທດສະມາຊິກຢ່າງແທ້ຈິງ, ຍຶດໝັ້ນສະໜັບສະໜູນເຊິ່ງກັນແລະກັນເພື່ອບັນລຸການພັດທະນາແລະຄວາມຈະເລີນຮຸ່ງເຮືອງ, ເພື່ອກໍາແໜ້ນອະນາຄົດກໍຄືຊາຕາກໍາແຫ່ງການພັດທະນາແລະຄວາມກ້າວໜ້າຂອງປະເທດຕົນດ້ວຍຕົນເອງ.


   ເພື່ອຮັດແໜ້ນຄວາມໝັ້ນຄົງຂອງພາກພື້ນ, ທ່ານ ສີຈິ້ນຜິງ ໄດ້ສະເໜີຄວນຍົກລະດັບການຮ່ວມມືດ້ານຄວາມໝັ້ນຄົງຂອງອົງການຮ່ວມມືຊຽງໄຮໃຫ້ສູງຂຶ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ການຕ້ານການກໍ່ການຮ້າຍ, ປາບປາມການຄ້າຂາຍຢາເສບຕິດເຖື່ອນ ເປັນຕົ້ນ ໃຫ້ຂະຫຍາຍຮອດການຮ່ວມມືໃນຂົງເຂດຄວາມໝັ້ນຄົງແບບໃໝ່ ເຊັ່ນ: ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຄວາມໝັ້ນຄົງດ້ານຊີວະພາບ ແລະຄວາມໝັ້ນຄົງດ້ານອະວະກາດ ເປັນຕົ້ນ.



    ເມື່ອປະເຊີນໜ້າກັບບັນຫາຫຍຸ້ງຍາກດ້ານການພັດທະນາທົ່ວໂລກໃນປັດຈຸບັນ, ເວົ້າສຳລັບອົງການຮ່ວມມືຊຽງໄຮ້ທີ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງແລ້ວ, ການຊຸກຍູ້ການເຕີບໂຕດ້ານເສດຖະກິດເປັນໜ້າທີ່ຮ່ວມຂອງບັນດາປະເທດສະມາຊິກ. ທ່ານສີຈິ້ນຜິງມີຂໍ້ສະເໜີຕ່າງໆເຊັ່ນ: ເປີດກວ້າງຂະໜາດການຊຳລະສະສາງດ້ວຍເງິນຕາປະເທດສະມາຊິກອົງການຕົນ, ຊຸກຍູ້ການສ້າງທະນາຄານພັດທະນາຂອງອົງການຕົນ, ເລັ່ງສ້າງແລວທາງຈໍລະຈອນສິນຄ້າສາກົນໃນພາກພື້ນເປັນຕົ້ນ. ທ່ານສີຈິ້ນຜິງກ່າວວ່າ: ຕ້ອງພະຍາຍາມສູ້ຊົນພັດທະນາການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ເຕີບໃຫຍ່ຂະຫຍາຍຕົວ ເພື່ອເຮັດໃຫ້ໝາກຜົນດ້ານການພັດທະນາສົ່ງຜົນປະໂຫຍດໄປໃຫ້ປະຊາຊົນບັນດາປະເທດໃຫ້ຫຼາຍກວ່າເກົ່າແລະຍຸຕິທຳກວ່າເກົ່າ.



   ພາຍໃນອົງການຮ່ວມມືຊຽງໄຮ້ທີ່ເປັນເຂດແຄວ້ນອັນກວ້າງໃຫຍ່ໄພສານ, ທ່ານສີຈິ້ນຜິງຍັງໄດ້ສະເໜີອອກມາວ່າ: ໃນ 3 ປີຕໍ່ໜ້ານີ້, ຝ່າຍຈີນຈະສະໜອງທຶນການສຶກສາຄູສອນພາສາຈີນສາກົນ 1.000 ທຶນ ແລະໂອກາດເຂົ້າຮ່ວມກິດຈະກຳຄ້າຍລະດູຮ້ອນ “ຂົວພາສາຈີນ” 3.000 ຄົນໃຫ້ແກ່ປະເທດສະມາຊິກອົງການຮ່ວມມືຊຽງໄຮ້,  ພ້ອມທັງເຊື້ອເຊີນນັກວິທະຍາສາດໜຸ່ມ 100 ຄົນມາຈີນເຂົ້າຮ່ວມການແລກປ່ຽນດ້ານການຄົ້ນຄວ້າວິທະຍາສາດ.


    ທ່ານສີຈິ້ນຜິງໄດ້ຮຽກຮ້ອງມາຍັງອົງການຮ່ວມມືຊຽງໄຮ້ຈົ່ງເສີມຂະຫຍາຍຄ່ານິຍົມຮ່ວມຂອງມວນມະນຸດຄື ສັນຕິພາບ, ການພັດທະນາ, ຍຸຕິທຳ ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ພະຍາຍາມຮ່ວມກັນສົ່ງເສີມຄວາມຍຸຕິທຳດ້ານສິດທິ, ໂອກາດແລະກົດລະບຽບຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ຄວາມທັນສະໄໝຂອງສັງຄົມມະນຸດ.