ຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງຢູ່ໄທໃນເດືອນມິຖຸນາຜ່ານມາໄດ້ເພີ່ມຂຶ້ນຫຼາຍ

2023-07-06 14:04:21 cri


    ວັນທີ 5 ກໍລະກົດນີ້, ທ່ານ ອານຸຊາ ນາຄາໄສ ໂຄສົກປະຈໍາສຳນັກງານນາຍົກລັດຖະມົນຕີໄທໄດ້ແຈ້ງໃຫ້ຮູ້ວ່າ, ອີງຕາມບົດລາຍງານສະບັບຫຼ້າສຸດຂອງສູນຄວບຄຸມພະຍາດກະຊວງສາທາລະນະສຸກໄທສະແດງໃຫ້ເຫັນວ່າ, ໄທມີຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໝາກສຸກລີງ 48 ກໍລະນີໃນເດືອນມິຖຸນາຜ່ານມາ, ເຊິ່ງໄດ້ເພີ່ມຂຶ້ນ 2,3 ເທົ່າເມື່ອທຽບໃສ່ເດືອນພຶດສະພາ ຄື: 21 ກໍລະນີ. ເຂດທີີ່ມີຜູ້ຕິດເຊື້ອພະຍາດໝາກສຸກລີງຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງບາງກອກ 38 ກໍລະນີ.

    ທ່ານອານຸຊາ ນາຄາໄສກ່າວວ່າ, ລັດຖະບານຈະຮ່ວມກັບອົງການການແພດ ເຊັ່ນ: ໂຮງໝໍ, ຄລິກນິກ ແລະ ອື່ນໆ ປະຕິບັດມາດຕະການ ແລະ ຈັດກິດຈະກຳປ້ອງກັນພະຍາດໝາກສຸກລີງ, ພ້ອມທັງເຕືອນໃຫ້ປະຊາຊົນຫຼີກລ່ຽງບໍ່ໄປເຂດທີ່ມີຄົນຫຼາຍ, ໝັ່ນລ້າງມື ແລະ ບໍ່ໃຊ້ເຄື່ອງໃຊ້ສ່ວນຕົວຮ່ວມກັບຄົນອື່ນເປັນຕົ້ນ.