ສາຍໃຍຜູກພັນລະຫວ່າງທ່ານສີຈິ້ນຜິງກັບບ້ານປະຕິວັດທີ່ພາກຕາເວັນອອກເຈີ້ຈ່ຽງ

2023-07-06 10:29:55 cri

     ບ້ານເຫີງຂ້ານໂຖ ຕັ້ງຢູ່ເຂດທີ່ໝັ້ນການປະຕິວັດພູຊືມິງເມືອງຢວີຢາວແຂວງເຈີ້ຈ່ຽງ, ບ້ານແຫ່ງນີ້ເຄີຍເປັນທີ່ຕັ້ງສຳນັກງານຖານທີ່ໝັ້ນຕໍ່ຕ້ານຟາຊິດຍີ່ປຸ່ນຢູ່ພາກຕາເວັນອອກເຈີ້ຈ່ຽງ, ຈຶ່ງມີສົມຍານາມວ່າ “ບ້ານປະຕິວັດທີ່ພາກຕາເວັນອອກເຈີ້ຈ່ຽງ”.


 



ເຮືອນເກົ່າແກ່ໃນເມື່ອກ່ອນໄດ້ດັດສ້າງໃຫ້ເປັນໂຮມສະແຕໃນປັດຈຸບັນ

   “ພູໃຫຍ່ແຖມຍັງມີກ້ອນຫີນຫຼາຍ, ພໍແຕ່ອອກຈາກເຮືອນກໍຕ້ອງໄດ້ຂຶ້ນເນີນ.” ເມື່ອ20ປີກ່ອນ, ເຫີງຂ້ານໂຖເປັນບ້ານທີ່ຢູ່ເຂດທຸລະກັນດານ, ການຄົມມະນາຄົມບໍ່ສະດວກ, ເຮືອນປະຊາຊົນເກົ່າແກ່ເປ່ເພ, ຊາວບ້ານມີລາຍໄດ້ຕ່ຳ, ເສດຖະກິດອ່ອນແອ, ແມ່ນແຕ່ທາງເບຕົງກໍບໍ່ມີຈັກສາຍ, ທົ່ວບ້ານບໍ່ມີຫ້ອງນ້ຳສາທາລະນະຈັກຫ້ອງ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວບ້ານມີບໍ່ຮອດ2.700ຢວນ, ທາງບ້ານຕິດໜີ້2ແສນກວ່າຢວນ. ຊາວບ້ານພາກັນຈົ່ມອຸທານອອກມາວ່າ: “ເຫີງຂ້ານ,ເຫີງຂ້ານ, ເບິ່ງແນວໃດກໍບໍ່ເຫັນມີຄວາມຫວັງເລີຍ.”

 

   ກ່ອນບຸນກຸດຈີນປີ2003ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ທີ່ຫາກໍ່ຂຶ້ນດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງບໍ່ດົນ ໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຕາແສງຫຼຽງນົ້ງແລະບ້ານເຫີງຂ້ານໂຖເປັນການສະເພາະ.

 

   ແຂວງເຈີ້ຈ່ຽງໃນຄາວນັ້ນ, ເຂດຊົນນະບົດອັນກວ້າງໃຫຍ່ໄພສານພວມປະເຊີນໜ້າກັບຄວາມສັບສົນໃນດ້ານການເຕີບໃຫຍ່ຂະຫຍາຍຕົວ, ການກໍ່ສ້າງຊົນນະບົດແລະການພັດທະນາສັງຄົມແມ່ນຢູ່ໃນສະພາບຫຼ້າຫຼັງຢ່າງເດັ່ນຊັດ. ປາກົດການຫຍໍ້ທໍ້ຕ່າງໆພົ້ນເດັ່ນທີ່ສຸດເປັນຕົ້ນແມ່ນ ມີເຮືອນໃໝ່ ແຕ່ບໍ່ມີບ້ານໃໝ່,ໃນເຮືອນເປັນແບບທັນສະໄໝ,ແຕ່ນອກເຮືອນຊ້ຳພັດເປີະເປີ້ອນ ບໍ່ເປັນລະບຽບຈົບງາມ, ຂີ້ເຫຍື້ອບໍ່ມີບ່ອນຖິ້ມ ຂະນະທີ່ນ້ຳເປື້ອນໄຫຼໄປທົ່ວທີບ ແລະອື່ນໆ.

 

   ທ່ານສີຈິ້ນຜິງໄດ້ນັ່ງໂອ້ລົມກັບບັນດາສະຫາຍໃນຕາແສງແລະໃນບ້ານເພື່ອຮ່ວມກັນວາງແຜນພັດທະນາ ພ້ອມທັງຝາກຄວາມຫວັງເປັນຢ່າງຍິ່ງໄວ້ໃຫ້ທ້ອງຖິ່ນແຫ່ງນີ້ກໍ່ສ້າງຕາແສງຕົວແບບມຸ່ງໜ້າສູ່ຄວາມອີ່ມໜຳສຳລານຢ່າງຮອບດ້ານສຳລັບເຂດທີ່ໝັ້ນການປະຕິວັດທົ່ວປະເທດຈີນ. ເພິ່ນເວົ້າວ່າ: “ການກໍ່ສ້າງເຂດທີ່ໝັ້ນການປະຕິວັດຈະໄດ້ຮັບຜົນສຳເລັດຫຼືບໍ່ນັ້ນ, ການພັດທະນາເພື່ອຫຼຸດຜ່ອນຄວາມທຸກຍາກຈະໄດ້ຮັບປະສິດທິຜົນຫຼືບໍ່ນັ້ນ, ເຂດດ້ອຍພັດທະນາຈະສາມາດບັນລຸການພັດທະນາແບບກ້າວກະໂດດໄດ້ຫຼືບໍ່ນັ້ນ, ຂໍກຸນແຈສຳຄັນແມ່ນຕ້ອງເບິ່ງວ່າ ພະນັກງານແລະປະຊາຊົນທ້ອງຖິ່ນນັ້ນມີແນວຄິດທີ່ບໍ່ລໍຖ້າ, ບໍ່ເອື່ອຍອີງ ແລະມີຈິດໃຈສ້າງທຸລະກິດທີ່ເພິ່ງຕົນເອງກຸ້ມຕົນເອງຫຼືບໍ່, ມີຈິດໃຈບາກບັ່ນສູ້ຊົນທໍລະຫົດອົດທົນແລະເຮັດແທ້ທຳຈິງຫຼືບໍ່, ກໍຄືມີຈິດໃຈບຸກເບີກຫ້າວຫັນກ້າວໜ້າແລະກ້າປະດິດສ້າງຫຼືບໍ່?”

 

   ຄຳເວົ້າຂອງທ່ານສີຈິ້ນຜິງໄດ້ກະຕຸ້ນຄວາມຫ້າວຫັນສູ້ຊົນຂອງຊາວບ້ານທັງຫຼາຍ. ວັນທີ 8 ກຸມພາ 2003, ຄືມື້ທຳອິດຫຼັງຈາກສິ້ນສຸດຍາມພັກບຸນກຸດຈີນ ບຸນປີໃໝ່ຕາມຈັນທະຄະຕິຈີນ, ຄະນະກຳມະການບ້ານແລະໜ່ວຍພັກບ້ານເຫີງຂ້ານໂຖໄດ້ຈັດກອງປະຊຸມຄົ້ນຄວ້າຫາລືແລ້ວຕົກລົງວ່າ ຕ້ອງລາຍງານວຽກ ແລະແຜນງານໃຫ້ທ່ານສີຈິ້ນຜິງຜ່ານທາງຈົດໝາຍ. ຈາກນັ້ນບໍ່ດົນ, ທ່ານສີຈິ້ນຜິງໄດ້ຕອບຈົດໝາຍຄືນໂດຍສົ່ງເສີມໃຫ້ເຂົາເຈົ້າເລັ່ງກໍ່ສ້າງແລະພັດທະນາເຂດທີ່ໝັ້ນການປະຕິວັດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ,ສ້າງຄວາມຮັ່ງມີແລະມຸ່ງໜ້າສູ່ຄວາມອີ່ມໜຳສຳລານ.

 




ການສົມທຽບພາບຫ້ອງນ້ຳສາທາລະນະໃນບ້ານເຫີງຂ້ານໂຖກ່ອນແລະຫຼັງປັບປຸງ


   ເດືອນມິຖຸນາປີດຽວກັນ, ພາຍໃຕ້ການລິເລີ່ມແລະການຊີ້ນຳນຳພາຂອງທ່ານສີຈິ້ນຜິງ, ໂດຍຖືເອົາການປົວແປງສິ່ງແວດລ້ອມດ້ານການຜະລິດ, ການດຳລົງຊີວິດແລະລະບົບນິເວດຂອງຊົນນະບົດເປັນຈຸດສຸມ, ທົ່ວແຂວງເຈີ້ຈ່ຽງໄດ້ເປີດຂະບວນການປະຕິບັດໂຄງການ “ສ້າງພັນບ້ານຕົວແບບ ແລະປັບປຸງໝື່ນບ້ານ” ຫຼືເວົ້າຫຍໍ້ວ່າ “ໂຄງການພັນໝື່ນ” ຄື: ໃຊ້ເວລາ 5 ປີ, ຄັດເລືອກເອົາບ້ານບໍລິຫານປະມານ10.000ບ້ານໃນທົ່ວແຂວງເພື່ອດຳເນີນການປັບປຸງຢ່າງຮອບດ້ານ, ແລະເລືອກເອົາບ້ານໃຈກາງປະມານ1000ບ້ານໃນຈຳນວນ10.000ບ້ານດັ່ງກ່າວເພື່ອສ້າງໃຫ້ເປັນບ້ານຕົວແບບອີ່ມໜຳສຳລານຮອບດ້ານ.

 

   ຍ້ອນໄດ້ຮັບເງື່ອນໄຂເອື້ອອຳນວຍຈາກ “ໂຄງການພັນໝື່ນ”, ບ້ານເຫີງຂ້ານໂຖໄດ້ປັບປຸງໂຄງສ້າງອຸດສາຫະກຳ, ພັດທະນາການທ່ອງທ່ຽວປະຫວັດສາດການປະຕິວັດ, ນຳໃຊ້ຊັບພະຍາກອນສີຂຽວ, ພັດທະນາກະສິກຳທີ່ມີເອກະລັກພິເສດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສ້າງໃຫ້ເປັນບ້ານອີ່ມໜຳສຳລານແລະບ້ານສິວິໄລທີ່ມີຊື່ສຽງໂດ່ງດັງບໍ່ວ່າຢູ່ໃກ້ຫຼືໄກ, ຊີວິດການເປັນຢູ່ຂອງຊາວບ້ານໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ເວລາ 15ປີຜ່ານໄປແລ້ວ, ບ້ານນ້ອຍໆຢູ່ເຂດພູດອຍທີ່ບໍ່ມີໃຜຮູ້ຈັກໃນເມື່ອກ່ອນໄດ້ກາຍມາເປັນແຫຼ່ງທ່ອງທ່ຽວປະຫວັດສາດການປະຕິວັດທີ່ໂດດເດັ່ນໃນທົ່ວປະເທດຈີນ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີທີ່ສາມາດຈັບຈ່າຍໄດ້ຂອງຊາວບ້ານມີຫຼາຍກວ່າ 27.000 ຢວນ ເພີ່ມເປັນ10ເທົ່າຂອງປີ2003.

 

   ເດືອນກຸມພາປີ2018, ສະມາຊິກພັກທຸກຖ້ວນໜ້າຂອງບ້ານເຫີງຂ້ານໂຖໄດ້ຂຽນຈົດໝາຍໄປຍັງທ່ານເລຂາທິການໃຫຍ່ສີຈິ້ນຜິງ ເພື່ອລາຍງານສະພາບການພັດທະນາພາຍໃນບ້ານ.

 

   ທ່ານສີຈິ້ນຜິງໄດ້ຕອບຈົດໝາຍຄືນໃຫ້ເຂົາເຈົ້າໂດຍເນື້ອໃນບາງຕອນໄດ້ລະບຸວ່າ: “ດີໃຈຫຼາຍທີ່ໄດ້ຮັບຈົດໝາຍຂອງບັນດາສະຫາຍ. ຂ້າພະເຈົ້າຍັງຈື່ໄດ້ສະພາບທຸກຢ່າງຕອນທີ່ໄປຢ້ຽມຢາມບ້ານບັນດາສະຫາຍເມື່ອ15ປີກ່ອນ, ຂ້າພະເຈົ້າຄິດຮອດຄິດເຖິງບັນດາພີ່ນ້ອງປະຊາຊົນຢູ່ຕະຫຼອດ.” ເນື້ອໃນຈົດໝາຍຕອບຍັງລະບຸໃຫ້ເຫັນວ່າ: ທ່ານສີຈິ້ນຜິງໄດ້ສົ່ງເສີມໃຫ້ບັນດາສະມາຊິກພັກບ້ານເຫີງຂ້ານໂຖສືບທອດມູນເຊື້ອປະຕິວັດ, ເສີມຂະຫຍາຍບົດບາດຂອງການຈັດຕັ້ງພັກທີ່ເປັນປ້ອມໝັ້ນສູ້ຮົບແລະເສີມຂະຫາຍາຍບົດບາດແບບຢ່າງນຳໜ້າຂອງສະມາຊິກພັກໃຫ້ດີ, ຮ່ວມກັນກັບພີ່ນ້ອງຊາວບ້ານທັງຫຼາຍສູ້ຊົນຢ່າງຕໍ່ເນື່ອງ, ເຮັດແທ້ທຳຈິງດ້ວຍຄວາມອົດທົນ, ສົມທົບກັບສະພາບຕົວຈິງຂອງຕົນ, ເສີມຂະຫຍາຍທ່າແຮງຂອງຕົນ, ພະຍາຍາມສູ້ຊົນກໍ່ສ້າງບ້ານຊົນນະບົດທີ່ສວຍງາມ, ຮັ່ງມີ,ສິວິໄລແລະໜ້າຢູ່, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບຈະເລີນກ້າວໜ້າ.

 



ບ້ານເຫີງຂ້ານໂຖໃນທຸກມື້ນີ້

   ດ້ວຍຄວາມພະຍາຍາມສູ້ຊົນຢ່າງບໍ່ລົດລະ, ຊຸກຍູ້ປະຕິບັດຢ່າງໜັກແໜ້ນ, ເຮັດວຽກຕໍ່ວຽກ, ປີຕໍ່ປີ, “ໂຄງການພັນໝື່ນ” ເຊິ່ງເປັນໂຄງການສ້າງຄວາມຮັ່ງມີໃຫ້ກັບປະຊາຊົນທີ່ທ່ານສີຈິ້ນຜິງອອກແບບ,ວາງແຜນແລະຊຸກຍູ້ການຈັດຕັ້ງປະຕິບັດດ້ວຍຕົນເອງນັ້ນໄດ້ປ່ຽນແປງໂສມໜ້າຂອງບ້ານຊົນນະບົດຢູ່ແຂວງເຈີ້ຈ່ຽງຢ່າງເລິກເຊິ່ງ ແລະໄດ້ສ້າງໃຫ້ມີບ້ານຊົນນະບົດທີ່ສວຍງາມເປັນພັນເປັນໝື່ນບ້ານ, ສະນັ້ນ ໂຄງການນີ້ຈຶ່ງໄດ້ຮັບ “ລາງວັນປ້ອງກັນໜ່ວຍໂລກ” ເຊິ່ງເປັນກຽດຕິຍົດດ້ານອະນຸລັກສິ່ງແວດລ້ອມສູງສຸດທີ່ມອບໂດຍໂຄງການສິ່ງແວດລ້ອມອົງການສະຫະປະຊາຊາດ.

 

   ທຸກມື້ນີ້, ການປະຕິບັດ“ໂຄງການພັນໝື່ນ”ຢູ່ແຂວງເຈີ້ຈ່ຽງໄດ້ກ້າວລົງສູ່ລວງເລິກຢ່າງຕໍ່ເນື່ອງ, ໄດ້ກາຍເປັນແຮງບັນດານໃຈແລະບົດຮຽນທີ່ດີຈຳນວນຫຼວງຫຼາຍໃຫ້ກັບການຈັດຕັ້ງປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນ ແລະສ້າງສາປະເທດຈີນທີ່ສວຍງາມ. ນັບມາຮອດທ້າຍປີ2022, ບ້ານຕ່າງໆໃນທົ່ວແຂວງເຈີ້ຈ່ຽງຫຼາຍກວ່າ90%ໄດ້ບັນລຸມາດຕະຖານບ້ານຊົນນະບົດທີ່ສວຍງາມໃນຍຸກໃໝ່, ໂດຍໄດ້ສ້າງເມືອງຕົວແບບບ້ານຊົນນະບົດທີ່ສວຍງາມ 70 ແຫ່ງ,  ຕາແສງຕົວແບບ724 ແຫ່ງ, ເສັ້ນທາງທ່ອງທ່ຽວ 743 ສາຍ, ບ້ານດີເດັ່ນທີ່ມີເອກະລັກພິເສດ 2.170 ບ້ານ, ເດີ່ນບ້ານສວຍງາມຈຳນວນ 3 ລ້ານກວ່າຄົວເຮືອນ. ບ້ານຊົນນະບົດທີ່ສວຍງາມໄດ້ປາກົດຕົວຂຶ້ນຢ່າງຫຼວງຫຼາຍ, ປຽບເໝືອນຮູບແຕ້ມໃໝ່ກຳລັງຄ່ອຍໆເຜີຍອອກມາໃຫ້ເຫັນບ້ານຊົນນະບົດທີ່ສວຍງາມໃນຍຸກໃໝ່.