ເສັ້ນທາງລົດໄຟ “ສາຍດ່ວນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະເສິງຕູ່-ເອີຣົບ” ໄດ້ເປີດການບໍລິການຢ່າງເປັນທາງການ ເສັ້ນທາງລົດໄຟຈີນ-ລາວ ແລະເສັ້ນທາງລົດໄຟຈີນ-ເອີຣົບໄດ້ເຊື່ອມຈອດກັນຢ່າງເປັນທາງການ

2023-07-08 14:58:49 cri

 

ໃນຕອນເຊົ້າວັນທີ 7 ກໍລະກົດນີ້, ຖ້ຽວລົດໄຟຂະບວນໜຶ່ງທີ່ບັນທຸກເຄື່ອງອາໄຫຼ່ລົດຍົນຂອງໄທໄດ້ອອກຈາກສູນທາງລົດໄຟສາກົນເສິງຕູ່ໄປສູ່ເອີຣົບ. ນີ້ແມ່ນລົດໄຟຂະບວນທຳອິດຂອງ “ສາຍດ່ວນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະເສິງຕູ່-ເອີຣົບ” ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເສັ້ນທາງລົດໄຟຈີນ-ລາວ ແລະເສັ້ນທາງລົດໄຟຈີນ-ເອີຣົບໄດ້ເຊື່ອມຈອດກັນຢ່າງເປັນທາງການ.

 

“ສາຍດ່ວນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ແລະເສິງຕູ່-ເອີຣົບແມ່ນຜົນການເຊື່ອມຕໍ່ລະຫວ່າງ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງເສັ້ນທາງລົດໄຟຈີນ-ລາວ ແລະ “ສາຍດ່ວນເສິງຕູ່-ເອີຣົບ” ຂອງເສັ້ນທາງລົດໄຟຈີນ-ເອີຣົບ.