ປະທານຄະນະປະຈຳສະພາປະຊາຊົນແຫງຊາດຈີນສົ່ງໂທລະເລກຊົມເຊີຍໄປຍັງປະທານສະພາແຫ່ງຊາດທັງເປັນປະທານສະພາຜູ້ແທນລາຊະດອນໄທຄົນໃໝ່

2023-07-08 14:58:43 cri

      ວັນທີ 7 ກໍລະກົດນີ້, ທ່ານ ຈ້າວເລີ້ຈີ້ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ສົ່ງໂທລະເລກໄປຍັງທ່ານ ວັນ ມູຮຳມັດ ນໍມັດທາ ປະທານສະພາແຫ່ງຊາດທັງເປັນປະທານສະພາຜູ້ແທນລາຊະດອນໄທ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດທັງເປັນປະທານສະພາຜູ້ແທນລາຊະດອນໄທ.

      ເນື້ອໃນໂທລະເລກຊົມເຊີຍຂອງທ່ານ ຈ້າວເລີ້ຈີ້ ລະບຸວ່າ: ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ໄທມີປະຫວັດດົນນານມາແລ້ວ, ຄວາມຮັກແພງອັນເປັນພິເສດຖານ “ຄອບຄົວດຽວກັນ” ລະຫວ່າງສອງປະເທດໄດ້ເຊື່ອມຊຶມເຂົ້າສູ່ຈິດໃຈຂອງປະຊາຊົນສອງຊາດ. ສະພາປະຊາຊົນແຫ່ງຊາດຈີນໄດ້ຮັກສາການແລກປ່ຽນແລະການຮ່ວມມືທີ່ມີໄມຕີຈິດມິດຕະພາບກັບສະພາແຫ່ງຊາດໄທໃນໄລຍະຍາວນານມານີ້ ເຊິ່ງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຂະຫຍາຍການພົວພັນລະຫວ່າງສອງປະເທດ. ຂ້າພະເຈົ້າຍິນດີຮ່ວມກັບທ່ານ ວັນ ມູຮຳມັດ ນໍມັດທາ ຈັດຕັ້ງປະຕິບັດໝາກຜົນອັນສຳຄັນໃນການຢ້ຽມຢາມໄທທີ່ມີລັກສະນະປະຫວັດສາດໃນປີ 2022 ຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ເພີ່ມທະວີການແລກປ່ຽນແລະຮ່ວມມືກັນລະຫວ່າງອົງການນິຕິບັນຍັດຂອງສອງປະເທດຕື່ມອີກ,

ເພື່ອປະກອບສ່ວນເທົ່າທີ່ຄວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທ.