ລະເບີດລູກຫວ່ານທີ່ອາເມຣິກາຖິ້ມໃສ່ລາວ ຍັງຄົງມີຜົນກະທົບຈົນເຖິງປັດຈຸບັນ

2023-07-09 13:52:27 cri

ໃນປະຫວັດສາດ, ອາເມຣິກາເຄີຍຖິ້ມລະເບີດລູກຫວ່ານຫຼາກຫຼາຍຄັ້ງ. ໃນຊຸມປີ 1960 ແລະ 1970, ອາເມຣິກາໄດ້ກໍ່ສົງຄາມລັບຢູ່ລາວ. ເພື່ອທຳລາຍ “ເສັ້ນທາງໂຮຈີມິນ”, ກອງທັບອາເມຣິກາໄດ້ຖິ້ມລະເບີດລູກຫວ່ານລວມທັງໝົດປະມານ 260 ລ້ານລູກ, ລະເບີດບໍ່ທັນແຕກຈຳນວນຫຼວງຫຼາຍຍັງຄົງມີຜົນກະທົບຈົນເຖິງປັດຈຸບັນ.

ແຂວງຊຽງຂວາງເປັນຖານທີ່ໝັ້ນປະຕິວັດເກົ່າແກ່ທີ່ມີຊາຍແດນຕິດກັບຫວຽດນາມ ແລະ ເປັນເຂດຕົ້ນຕໍຂອງ “ເສັ້ນທາງໂຮຈີມິນ”. ສະນັ້ນ, ແຂວງຊຽງຂວາງຈຶ່ງໄດ້ກາຍເປັນໜຶ່ງໃນແຂວງຕ່າງໆຂອງລາວທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດຈາກສົງຄາມລັບຂອງກອງທັບອາເມຣິກາ, ສິ່ງກໍ່ສ້າງຖືກທຳລາຍຈົນນັບບໍ່ຖ້ວນ, ປະຊາຊົນບໍ່ມີບ່ອນຢູ່ອາໄສ, ເມືອງ ແລະ ບ້ານນ້ອຍຫຼາຍແຫ່ງໄດ້ຫາຍສາບສູນຈາກແຜນທີ່ເລີຍ.

ນອກນີ້, ລະເບີດບໍ່ທັນແຕກຢູ່ລາວຍັງເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ການຜະລິດກະສິກຳ ໂດຍສະເພາະແມ່ນຊາວກະສິກອນ, ແຕ່ລະປີມີປະຊາຊົນເສຍຊີວິດເປັນຈຳນວນຫຼວງຫຼາຍຍ້ອນລະເບີດເຫຼົ່ານີ້.