ນາຍົກລັດຖະມົນຕີມົງໂກລີຍ້ອງຍໍຊົມເຊີຍແນວຄິດຂອງຈີນທີ່ “ປອງດອງກັນລະຫວ່າງຜູ້ມີຄວາມເຫັນແຕກຕ່າງກັນ” ແລະປະຕິບັດຕາມຄຳໝັ້ນສັນຍາຢ່າງເຄັ່ງຄັດ

2023-07-09 11:35:39 CRI



ຫວ່າງບໍ່ດົນມານີ້, ທ່ານໂອຢຸນ ເອເດັນ ນາຍົກລັດຖະມົນຕີມົງໂກລີໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ມົງໂກລີ ແລະ ຈີນເປັນປະເທດບ້ານໃກ້ເຮືອນຄຽງ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນວຽກງານສາກົນ. ສິ່ງທີ່ເປັນໜ້າເນັ້ນໜັກຄື: ຈີນບໍ່ເຄີຍແຊກແຊງວຽກງານພາຍໃນຂອງມົງໂກລີຈັກເທື່ອ. ຈີນຍອມຮັບ ແລະ ເຄົາລົບປະເທດອື່ນທີ່ເລືອກເອົາລະບອບການເມືອງທີ່ແຕກຕ່າງກັນ ໂດຍຖືເອົາທັດສະນະ ແລະ ຫຼັກໝັ້ນທີ່ແຕກຕ່າງກັນ, ແຕ່ຕ້ອງເຄົາລົບກັນ ແລະ ຢູ່ຮ່ວມກັນ. ສິ່ງນີ້ແມ່ນແນວຄິດທີ່ສຳຄັນຂອງຈີນ. ໃນອີກດ້ານໜຶ່ງ, ນະໂຍບາຍຂອງຈີນມີລັກສະນະຕໍ່ເນື່ອງທີ່ເຂັ້ມແຂງ, ແລະໃຫ້ຄຳໝັ້ນສັນຍາຢ່າງລະອຽດທີ່ສຸດ. ບໍ່ຕົວະຕົ້ມ, ຕິດແທດກັບຄວາມເປັນຈິງ. ພວກເຮົາຄວນເຫັນໄດ້ວ່າ, ປະເທດຕ່າງໆຢູ່ໃນໂລກສາມາດເຊື່ອຖືວ່າ ຈີນແລະ ອາຊີມີຄວາມສາມາດຊຸກຍູ້ການພັດທະນາເສດຖະກິດຂອງໂລກ, ພ້ອມທັງສາມາດຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ.