ພູໄຟມາຢອນຂອງຟີລິບປິນມີປະກົດການທາງທໍລະນີສາດຢ່າງຕໍ່ເນື່ອງ

2023-07-10 15:56:12 cri

ວັນທີ 10 ກໍລະກົດນີ້, ສະຖາບັນຄົ້ນຄວ້າພູໄຟແລະແຜ່ນດິນໄຫວຟີລິບປິນເປີດເຜີຍໃຫ້ຮູ້ວ່າ, ນັບແຕ່ 5 ໂມງຂອງວັນທີ 9 ຫາ 5 ໂມງຂອງວັນທີ 10 ກໍລະກົດນີ້, ພູໄຟມາຢອນໄດ້ພົ່ນມາກມາອອກມາຢ່າງຊ້າໆ. ຕະຫຼອດ 24 ຊົ່ວໂມງດັ່ງກ່າວ, ໄດ້ບັນທຶກມີແຜ່ນດິນໄຫວພູໄຟ 109 ເທື່ອ, ເຫດການພົ່ນກ້ອນຫີນ 325 ເທື່ອ ແລະ ກະແສຫີນນ້ອຍໄຫຼລົງຈາກພູໄຟ 24 ເທື່ອ.


ຕາມຂ່າວແຈ້ງໃຫ້ຮູ້ວ່າ, ນັບແຕ່ເວລາ 23 ໂມງຂອງວັນທີ 8 ກໍລະກົດນີ້, ພູໄຟໄດ້ເກີດການສັ່ນສະເທືອນຢ່າງຕໍ່ເນື່ອງ ແລະ ຍຸດຕິລົງປະມານເວລາ 3 ໂມງຂອງວັນທີ 10 ກໍລະກົດນີ້.


ປັດຈຸບັນນີ້, ພູໄຟມາຢອນຍັງຮັກສາການເຕືອນໄພລະດັບ 3 ຢູ່.