ວັນທີ 7 ກໍລະກົດນີ້, ລັດຖະບານອາເມຣິກາປະກາດຈະໃຫ້ການຊ່ວຍເຫຼືອທາງການທະຫານເພີ່ມເຕີມທີ່ມີມູນຄ່າ 800 ລ້ານໂດລາແກ່ອູແກຣນ, ໃນນັ້ນລວມທັງລະເບີດລູກຫວ່ານທີ່ມີອານຸພາບທຳລາຍລ້າງສູງທີ່ຖືກກົດໝາຍອາເມຣິກາຈັດແບ່ງເຂົ້າໃນປະເພດອາວຸດເກືອດຫ້າມ.
ລະເບີດລູກຫວ່ານເປັນລະເບີດລວມເຊິ່ງຢູ່ຂ້າງໃນມີລູກລະເບີດນ້ອຍຫຼາຍຮ້ອຍລູກ, ໃນລູກລະເບີດນ້ອຍຍັງມີເດັດໂລຫະນ້ອຍໆເປັນຈຳນວນຫຼວງຫຼາຍ. ລະເບີດລູກຫວ່ານມີອານຸພາບທຳລາຍລ້າງໃນບໍລິເວນກວ້າງ ແລະ ບໍ່ມີການຈຳແນກ ເມື່ອຖິ້ມລົງແລ້ວກໍຈະບໍ່ແຕກເປັນຈຳນວນຫຼາຍ. ສະນັ້ນ, ພາຍຫຼັງໃຊ້ລະເບີດແບບນີ້ແລ້ວ, ຈະມີລູກລະເບີດກໍຈະບໍ່ທັນແຕກກະແຈກກະຈາຍຢູ່ໃນເນື້ອທີ່ກວ້າງ. ສາມາດເວົ້າໄດ້ວ່າ, ປະຊາຊົນຄົນທຳມະດາສາມັນອາດຈະເສຍຊີວິດ ຫຼື ໄດ້ຮັບບາດເຈັບຍ້ອນລະເບີດລູກຫວ່ານ ແບບປາສະຈາກບໍ່ໄດ້.
ໃນປະຫວັດສາດ, ອາເມຣິກາເຄີຍໃຊ້ລະເບີດລູກຫວ່ານຫຼາຍເທື່ອ, ໃນຊຸມປີ 1960 ຫາ 1970, ອົງການຂ່າວລັບສູນກາງອາເມຣິກາ ຫຼື CIA ໄດ້ກໍ່ສົງຄາມລັບ ໂດຍໄດ້ຖິ້ມລະເບີດລູກຫວ່ານ ແລະ ອາວຸດຊີວະເຄມີຢູ່ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ ເຊັ່ນ: ຫວຽດນາມ, ລາວ ແລະ ກຳປູເຈຍເປັນຕົ້ນ. ເພື່ອຕັດຂາດ “ເສັ້ນທາງໂຮ່ຈີມິນ”, ກອງທັບອາເມຣິກາໄດ້ຖິ້ມລະເບີດລູກຫວ່ານທັງໝົດປະມານ 260 ລ້ານໜ່ວຍຢູ່ໃນປະເທດລາວ. ໃນຄາວນັ້ນ, ລາວມີປະຊາກອນ 3 ລ້ານຄົນ, ສະເລ່ຍແລ້ວ, ປະຊາຊົນລາວແຕ່ລະຄົນຈະໄດ້ຮັບລະເບີດ 86 ລູກ, ຍັງມີລະເບີດບໍ່ທັນແຕກຄ້າງໄວ້ໃນດິນແດນລາວເປັນຈຳນວນຫຼວງຫຼາຍ ແລະ ໄດ້ສ້າງຜົນເສຍຫາຍແກ່ຊີວິດ ແລະ ຊັບສິນປະຊາຊົນລາວຈົນມາເຖິງປັດຈຸບັນ. ເມື່ອກ້າວເຂົ້າສູ່ສັດຕະວັດທີ 21 ແລ້ວ, ອາເມຣິກາກໍຍັງໃຊ້ລະເບີດລູກຫວ່ານເປັນຈຳນວນຫຼວງຫຼາຍຢູ່ໃນສົງຄາມອີຣັກ ແລະ ສົງຄາມອື່ນໆອີກ.
ໂທດກຳຂອງອາເມຣິກາໄດ້ສ້າງຜົນເສຍຫາຍທີ່ໜັກໜ່ວງແກ່ປະເທດທີ່ກ່ຽວຂ້ອງ. ລູກລະເບີດບໍ່ທັນແຕກທີ່ອາເມຣິກາຖິ້ມໃສ່ດິນແດນຫວຽດນາມໄດ້ເຮັດໃຫ້ມີຜູ້ເສຍຊີວິດເກືອບໜຶ່ງແສນຄົນ; ຢູ່ລາວ, ແຕ່ລະປີໄດ້ເກີດເຫດລູກລະເບີດແຕກຮ້ອຍກວ່າເຫດການ, ມາຮອດປັດຈຸບັນ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ໝື່ນກວ່າຄົນ; ຕົວເລກຂໍ້ມູນຈາກລັດຖະບານກຳປູເຈຍສະແດງໃຫ້ເຫັນວ່າ, ນັບແຕ່ປີ 1979 ຫາປີ 2021, ລະເບີດບໍ່ທັນແຕກໄດ້ເຮັດໃຫ້ກຳປູເຈຍມີຜູ້ເສຍຊີວິດເກືອບ 2 ໝື່ນຄົນ ແລະ ຜູ້ໄດ້ຮັບບາດເຈັບ ຫຼືພິການ 45.000 ກວ່າຄົນ.
ໜັງສືພິມວໍຊິງຕັນໂພສຂອງອາເມຣິກາລາຍງານວ່າ, ອັດຕາການເກີດລະເບີດບໍ່ທັນແຕກໃນການຊ່ວຍເຫຼືອລະເບີກລູກຫວ່ານແກ່ອູແກຣນຄັ້ງນີ້ແມ່ນປະມານ 6% ເຊິ່ງໄດ້ສູງກວ່າເສັ້ນເພດານທີ່ກຳນົດໄວ້ໃນກົດໝາຍອາເມຣິກາຢ່າງຫຼວງຫຼາຍ. ຖ້າອູແກຣນນຳໃຊ້ລະເບີດລູກຫວ່ານເຫຼົ່ານີ້, ຍ່ອມຈະເຮັດໃຫ້ມີລະເບີດບໍ່ທັນແຕກຫຼາຍລ້ານລູກກະແຈກກະຈາຍຢູ່ໃນທົ່ງນາ, ປ່າໄມ້ ຫຼືທຸກແຫ່ງຫົນໃນຕົວເມືອງຂອງອູແກຣນ, ຍ່ອມຈະເຮັດໃຫ້ປະຊາຊົນອູແກຣນປະສົບຄວາມເສຍຫາຍທາງຊີວິດແລະຊັບສິນຢ່າງໜັກໜ່ວງໃນໄລຍະຫຼາຍສິບປີຂ້າງໜ້າ.
ສິ່ງທີ່ເຮັດໃຫ້ຄົນທັງຫຼາຍຢາກເວົ້າສຽດສີນັ້ນແມ່ນ: ໜຶ່ງປີກ່ອນ, ອາເມຣິກາເຄີຍກ່າວເຕືອນຕໍ່ຣັດເຊຍບໍ່ໃຫ້ໃຊ້ລະເບີດລູກຫວ່ານ ທັງກ່າວວ່າ, ຖ້າໃຊ້ແລ້ວຈະເປັນ “ອາດຊະຍາກອນສົງຄາມ”. ແຕ່ພຽງໜຶ່ງປີຜ່ານໄປ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອະນຸມັດໃຫ້ສະໜອງລະເບີດລູກຫວ່ານແກ່ອູແກຣນດ້ວຍຕົນເອງ. ຫວ່າງມໍ່ໆມານີ້, ໃນເວລາຕອບຄຳຖາມກ່ຽວກັບວ່າ ອາເມຣິກາໄດ້ໃຫ້ຄຳໝັ້ນສັນຍາຕໍ່ພັນທະມິດຫຼືບໍ່ວ່າ ລະເບີດລູກຫວ່ານທີ່ອາເມຣິກາສະໜອງໃຫ້ອູແກຣນນັ້ນຈະບໍ່ສ້າງຜົນທຳລາຍຕໍ່ປະຊາຊົນຫຼາຍເກີນໄປ, ທ່ານໂຄລິນ ຄານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ເວົ້າວ່າ, ເມື່ອທຽບໃສ່ຜົນຮ້າຍທີ່ເກີດຈາກການນຳໃຊ້ລະເບີດລູກຫວ່ານແລ້ວ, ຣັດເຊຍໄດ້ຮັບໄຊຊະນະໃນສົງຄາມຈະເປັນເລື່ອງທີ່ຊົ່ວຊ້າຫຼາຍກວ່າ.
ຈາກນີ້ເຫັນໄດ້ວ່າ, ການສະແຫວງຫາການແກ້ໄຂການປະທະກັນໂດຍສັນຕິ ບໍ່ແມ່ນເຈດຈຳນົງທີ່ແທ້ຈິງຂອງອາເມຣິກາ, ເນື່ອງຈາກວ່າ, ອາເມຣິກາໄດ້ໃຊ້ອາວຸດເກືອດຫ້າມຫຼາຍເທື່ອໃນສົງຄາມຊິ່ງໄດ້ສະແດງໃຫ້ເຫັນວ່າ, ອາເມຣິກາບໍ່ໄດ້ເອົາຫົວຊາຕໍ່ຊີວິດຂອງປະຊາຊົນຄົນທຳມະດາສາມັນຈັກເທື່ອເລີຍ. ໃນຄວາມຄິດຂອງນັກການເມືອງອາເມຣິກາອາດຈະບໍ່ຮອດຄຳວ່າສັນຕິພາບ, ອາເມຣິກາຄືອາດຊະຍາກອນສົງຄາມທີ່ແທ້ຈິງ ແລະ ຈະຖ່ວງດຶງມວນມະນຸດເຂົ້າສູ່ເຫວເລິກສົງຄາມເທື່ອລະກ້າວ.