ມີຜູ້ເດີນທາງ 670.000 ກວ່າຄົນຈາກ 50 ກວ່າປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານບໍ່ຫານ-ບໍ່ເຕ່ນຕາມຊາຍແດນຈີນ-ລາວ

2023-07-10 15:57:07 cri

ຕາມແຫຼ່ງຂ່າວຈາກດ່ານກວດກາຊາຍແດນເຂົ້າ-ອອກເມືອງບໍ່ຫານແຈ້ງໃຫ້ຮູ້ໃນວັນທີ 8 ກໍລະກົດນີ້ວ່າ, ນັບແຕ່ດ່ານບໍ່ຫານ-ບໍ່ເຕ່ນຟື້ນຟູການແຈ້ງຜ່ານດ່ານຢ່າງຮອບດ້ານລະຫວ່າງວັນທີ 8 ມັງກອນຫາວັນທີ 7 ກໍລະກົດນີ້, ມີຜູ້ເດີນທາງ 677.873 ຄົນຈາກ 50 ກວ່າປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານບໍ່ຫານ-ບໍ່ເຕ່ນ, ເພີ່ມຂຶ້ນ 392,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.