ຮອງນາຍົກລາວຮຽກຮ້ອງຢ່ານຳໃຊ້ ຫຼື ສະໜອງລະເບີດລູກຫວ່ານ

2023-07-11 11:01:26 cri

 ວັນທີ 10 ກໍລະກົດນີ້, ທ່ານສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ນະຄອນຫຼວງປັກກິ່ງວ່າ: ລາວມີຄວາມເປັນຫ່ວງທີ່ສຸດຕໍ່ຂໍ້ຕົກລົງຂອງອາເມຣິກາທີ່ຈະສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນ.

    ທ່ານສະເຫຼີມໄຊ ກົມມະສິດ ກ່າວວ່າ: ປະເທດລາວເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດຢ່າງຮ້າຍແຮງທີ່ສຸດຢູ່ໃນໂລກ. ໃນປາງສົງຄາມຫວຽດນາມ, ອາເມຣິກາໄດ້ຖິ້ມລະເບີດລູກຫວ່ານຈຳນວນຫຼວງຫຼາຍໃສ່ປະເທດລາວ, ໃນນັ້ນ ມີປະມານ 30% ຍັງບໍ່ທັນແຕກ ແລະ ມີຄວາມສ່ຽງຈະແຕກໄດ້ທຸກເວລາ. ໃນໄລຍະ 50 ກວ່າປີທີ່ຜ່ານມາ, ພວກເຮົາໄດ້ປະສົບກັບຄວາມລຳບາກຈາກລະເບີດເຫຼົ່ານີ້ ເຊິ່ງບໍ່ພຽງແຕ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ, ຍັງໄດ້ກີດຂວາງການພັດທະນາຂອງປະເທດອີກດ້ວຍ. ສະນັ້ນ, ພວກເຮົາຮຽກຮ້ອງວ່າ: ບໍ່ວ່າປະເທດໃດ ຫຼື ບຸກຄົນໃດກໍຕາມ, ຢ່ານຳໃຊ້ ຫຼື ສະໜອງລະເບີດລູກຫວ່ານ ເພາະວ່າຈາກປະສົບການຂອງລາວໄດ້ພິສູດໃຫ້ເຫັນເຖິງຄວາມອັນຕະລາຍຂອງລະເບີດປະເພດນີ້ແລ້ວ.