ລັດຖະມົນຕີການຕ່າງປະເທດອິນໂດເນເຊຍກ່າວວ່າ: ພາກພື້ນມີສັນຕິພາບ ແລະ ສະຖຽນລະພາບແລ້ວຈຶ່ງສາມາດສ້າງຄວາມຈະເລີນຮຸ່ງເຮືອງໄດ້

2023-07-11 11:21:57 cri

ຕອນບ່າຍວັນທີ 10 ກໍລະກົດ 2023 ຢູ່ສູນຂ່າວຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ, ທ່ານນາງ ເຣັດໂນ ມາກຊູດິ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍກ່າວວ່າ: ອິນໂດເນເຊຍຫວັງໃຫ້ອາຊຽນສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງ, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານກ່າວຕື່ມວ່າ, ມີສັນຕິພາບ ແລະ ສະຖຽນລະພາບແລ້ວຈຶ່ງສາມາດສ້າງຄວາມຈະເລີນຮຸ່ງເຮືອງໄດ້. ໃນໄລຍະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນເທື່ອນີ້, ຈະສືບຕໍ່ເນັ້ນໜັກໃຫ້ອາຊຽນເສີມຂະຫຍາຍບົດບາດເປັນໃຈກາງກ່ຽວກັບເລື່ອງນີ້.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນສະໄໝທີ 56 ແລະກອງປະຊຸມຕ່າງໆໄດ້ຈັດຂຶ້ນຢູ່ອິນໂດເນເຊຍລະຫວ່າງວັນທີ 8 ຫາ 14 ກໍລະກົດນີ້, ລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຜູ້ຕາງໜ້າປະເທດຄູ່ເຈລະຈາຕ່າງໆຂອງອາຊຽນໄດ້ເຂົ້າຮ່ວມກອງປະຊຸມ, ເພື່ອແລກປ່ຽນກັນກ່ຽວກັບບັນຫາຈຸດສຸມຂອງພາກພື້ນ ແລະ ສາກົນ.