ທ່ານຫວາງຢີ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ

2023-07-11 11:47:01 cri

ວັນທີ 10 ກໍລະກົດນີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ.

ທ່ານຫວາງຢີ້ໄດ້ສະແດງຄວາມຂອບໃຈຕໍ່ທ່ານສະເຫຼີມໄຊ ກົມມະສິດທີ່ໄດ້ຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງປະຖົມມະລືກຂອງເວທີເປິກສາຫາລືລະດັບໂລກວ່າດ້ວຍການດຳເນີນງານເພື່ອການຊົມໃຊ້ຮ່ວມກັນດ້ານການພັດທະນາ ພ້ອມທັງກ່າວວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນ ແລະ ລາວ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນ, ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ຈີນຍິນດີຮ່ວມກັບຝ່າຍລາວ, ເພີ່ມເນື້ອໃນໃໝ່ເຂົ້າໃນຄູ່ຮ່ວມຊາຕາກຳຈີນ-ລາວ ເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນ-ລາວໃຫ້ປະສົບຜົນສຳເລັດໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ລາວສຸມໃສ່ເສີມສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໝັ້ນຄົງຂະໜົງແກ່ນລະຫວ່າງລາວ-ຈີນ, ຈະຮ່ວມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ຈີນແມ່ນຄູ່ຮ່ວມຍຸດທະສາດທີ່ສຳຄັນຂອງອາຊຽນ, ລາວຈະຕັ້ງໜ້າເສີມຂະຫຍາຍບົດບາດຂອງຕົນ, ປະກອບສ່ວນເພື່ອຊຸກຍູ້ການຮ່ວມມືອາຊຽນ-ຈີນ.