ນາຍົກໄທປະກາດຖອນຕົວຈາກເວທີການເມືອງ

2023-07-12 11:14:20 cri

ວັນທີ 11 ກໍລະກົດນີ້, ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ປະກາດສິ້ນສຸດຊີວິດການເມືອງຂອງຕົນ ແລະ ຖອນນຕົວຈາກພັກລວມໄທສ້າງຊາດ.


ມື້ດຽວກັນ, ທ່ານປຣະຢຸດ ຈັນໂອຊາ ໄດ້ອອກຖະແຫຼງການຜ່ານສື່ສັງຄົມອອນລາຍຂອງພັກລວມໄທສ້າງຊາດ ໂດຍໄດ້ຫວນຄືນຜົນງານທາງການເມືອງທີ່ໄດ້ຮັບໃນໄລຍະທ່ານດຳລົງຕຳແໜ່ງນາຍົກລັດຖະມົນຕີໄທເປັນເວລາ 9 ປີຜ່ານມາ ແລະ ຫວັງວ່າ: ປະຊາຊົນໄທຈະສືບຕໍ່ສະໜັບສະໜູນພັກລວມໄທສ້າງຊາດ.


ລັດຖະສະພາໄທຈະຈັດກອງປະຊຸມໃນວັນທີ 13 ກໍລະກົດນີ້ ເພື່ອລົງຄະແນນສຽງຕໍ່ຜູ້ຈະດຳລົງຕຳແໜ່ງນາຍົກລັດຖະມົນຕີໄທຄົນໃໝ່. ອີງຕາມສື່ມວນຊົນທ້ອງຖິ່ນລາຍງານວ່າ, ທ່ານປຣະຢຸດ ຈັນໂອຊາຈະສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີຮັກສາການຈົນກວ່າລັດຖະບານຊຸດໃໝ່ຈະໄດ້ຮັບການຈັດຕັ້ງຂຶ້ນ.