ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56

2023-07-12 10:53:45 cri

ວັນທີ 11 ກໍລະກົດນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໂດຍມີລັດຖະມົນຕີການຕ່າງປະເທດ ແລະ ເຈົ້າໜ້າທີ່ລັດຖະບານຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ ໂດຍໄດ້ດຳເນີນການສົນທະນາ ແລະ ແລກປ່ຽນກ່ຽວກັບບັນຫາຈຸດສຸມໃນພາກພື້ນ ແລະ ສາກົນ ເພື່ອສະແຫວງຫາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານນາງເຣັດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມດັ່ງກ່າວ ໂດຍກ່າວວ່າ: ສັນຕິພາບ ແລະ ສະຖຽນລະພາບເປັນບັນຫາທີ່ອາຊຽນເປັນຫ່ວງທີ່ສຸດມາໂດຍຕະຫຼອດ, ນີ້ແມ່ນພື້ນຖານທີ່ເຮັດໃຫ້ພາກພື້ນອາຊຽນກາຍເປັນໃຈກາງຂອງການເຕີບໂຕ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56 ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງຈັດຂຶ້ນຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ລະຫວ່າງວັນທີ 8 ຫາ 14 ກໍລະກົດນີ້. ນອກຈາກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແລ້ວ, ໃນໄລຍະດັ່ງກ່າວຍັງຈະຈັດກອງປະຊຸມຫຼາຍຄັ້ງ ເຊັ່ນ: ກອງປະຊຸມສອງຝ່າຍ ຫຼື ຫຼາຍຝ່າຍລະຫວ່າງອາຊຽນກັບປະເທດຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງເວທີເປິກສາຫາລືພາກພື້ນອາຊຽນ ແລະອື່ນໆ.