ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໂດຍບໍ່ມີ “ໃບອະນຸຍາດ”

2023-07-12 16:35:20 cri

ຫວ່າງມໍ່ໆມານີ້, ອົງການພະລັງງານປະລະມານູສາກົນ ຫຼື IAEA ອອກບົດລາຍງານການປະເມີນສັງລວມ, ໂດຍເຫັນວ່າແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນໂດຍທົ່ວໄປແມ່ນ “ຖືກກັບມາດຕະຖານຄວາມປອດໄພສາກົນ”. ແຕ່ວ່າ, ບົດລາຍງານສັງລວມບໍ່ໄດ້ໃຫ້ຄຳຕອບກ່ຽວກັບຫຼາຍບັນຫາເຊັ່ນ: ອຸປະກອນບຳບັດນ້ຳປົນເປື້ອນມີປະສິດທິພາບໄລຍະຍາວຫຼືບໍ່? ນ້ຳປົນເປື້ອນລັງສີທີ່ປ່ອຍລົງສູ່ທະເລນັ້ນຈະສູງກວ່າມາດຕະຖານຫຼືບໍ່ ແລະ ປະຊາຄົມໂລກຈະໄດ້ຮັບຮູ້ຢ່າງທັນການຫຼືບໍ່?  ກຳມັນຕະພາບລັງສີນິວເຄລຍເພີ່ມຂຶ້ນເປັນໄລຍະຍາວຈະສ້າງຜົນກະທົບຫຍັງໃຫ້ແກ່ສິ່ງແວດລ້ອມທາງທະເລ ແລະ ບັນຫາອື່ນໆ. ແຕ່ວ່າ, ໃນມື້ຕໍ່ມາພາຍຫຼັງ IAEA ອອກບົດລາຍງານດັ່ງກ່າວ, ສື່ມວນຊົນຍີ່ປຸ່ນກໍໄດ້ລາຍງານວ່າ: ລັດຖະບານຍີ່ປຸ່ນວາງແຜນຈະເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນຕົ້ນເດືອນສິງຫາໜ້ານີ້.

ພາຍຫຼັງ IAEA ອອກບົດລາຍງານການປະເມີນສັງລວມກ່ຽວກັບແຜນການແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍເກາະຟູຄູຊີມະແລ້ວ, ສຽງຄັດຄ້ານຕໍ່ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລທີ່ເກີດຈາກພາຍໃນປະເທດຍີ່ປຸ່ນ ແລະ ປະຊາຄົມໂລກໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ສື່ມວນຊົນຈີນໄດ້ດຳເນີນການສຳຫຼວດຄວາມເຫັນຂອງປະຊາຊົນຢູ່ 11 ປະເທດເຊັ່ນ: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ຟີລິບປີນ, ນູແວນເຊລັງ ແລະປະເທດອື່ນໆໃນຫວ່າງມໍ່ໆມານີ້,  ຜູ້ເຂົ້າຮ່ວມການສຳຫຼວດຄັ້ງນີ້ມີຫຼາຍກວ່າ 11.000 ຄົນ, ໃນນັ້ນ, ຫຼາຍກວ່າ 90% ສະແດງຄວາມເປັນຫ່ວງ, ຄວາມຢ້ານກົວ ແລະ ຄວາມໂກດແຄ້ນຕໍ່ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ, ຜູ້ເຂົ້າຮ່ວມການນຳຫຼວດຫຼາຍກວ່າ 90% ສະໜັບສະໜູນປະເທດຕົນປະຕິບັດມາດຕະການເພື່ອສະກັດກັ້ນບໍ່ໃຫ້ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ. ແຕ່ສິ່ງທີ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກເສຍໃຈກໍຄື: ລັດຖະບານຍີປຸ່ນຍັງໄດ້ຊຸກຍູ້ແຜນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລຕາມລຳພັງໃຈ, ແລະພະຍາຍາມສ້າງສະພາບການລວງຕາວ່າການລະບາຍນ້ຳປົນເປື້ອນດັ່ງກ່າວແມ່ນຖືກຕ້ອງຕາມລະບຽບຫຼັກການ ແລະ ບໍ່ເປັນພິດໄພ.

ວັນທີ 7 ກໍລະກົດນີ້, ທ່ານຣະເຟວ ມາເຣຍໂນ ໂກຣຊີ ຜູ້ອຳນວຍການໃຫຍ່ IAEA ຍອມຮັບ ວ່າ, ເຖິງວ່າ IAEA ໄດ້ເປີດເຜີຍບົດລາຍງານການປະເມີນສັງລວມດັ່ງກ່າວ, ແຕ່ວ່າໜ່ວຍຊ່ຽວຊານສາກົນທີ່ຮ່ວມກັນຮຽບຮຽງບົດລາຍງານດັ່ງກ່າວບໍ່ທັນໄດ້ບັນລຸໄດ້ເຖິງຄວາມຮັບຮູ້ທີ່ເປັນເອກະພາບກັນ. IAEA ເປີດເຜີຍບົດລາຍງານດັ່ງກ່າວ, ບໍ່ໄດ້ໝາຍຄວາມວ່າ IAEA ເຫັນດີນຳແຜນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລຂອງຍີ່ປຸ່ນ, ລັດຖະບານຍີ່ປຸ່ນຈຶ່ງແມ່ນຜູ້ຕັດສິນສຸດທ້າຍໃນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ທ່ານ ໂກຣຊີ ຍັງເນັ້ນໜັກວ່າ:  IAEA ບໍ່ໄດ້ຮັບຮອງຕໍ່ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ, “ພວກເຮົາບໍ່ໄດ້ເຫັນດີນຳແຜນການດັ່ງກ່າວ, ກໍບໍ່ໄດ້ສະເໜີໃຫ້ເຮັດແບບນັ້ນ. ພວກເຮົາພຽງໄດ້ເວົ້າວ່າແຜນການສະບັບນີ້ຖືກກັບມາດຕະຖານ.”

ສະພາບການເຫຼົ່ານີ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ: IAEA ອອກບົດລາຍງານຢ່າງຟ້າວຟັ່ງ, ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມເຫັນຂອງຜູ້ຊ່ຽວຊານທັງໝົດທີ່ໄດ້ເຂົ້າຮ່ວມວຽກງານປະເມີນຜົນຢ່າງເຕັມທີ່, ຂໍ້ສະຫຼຸບທີ່ກ່ຽວຂ້ອງມີຄວາມຈຳກັດ ແລະ ບໍ່ສົມບູນ, ບໍ່ໄດ້ແກ້ໄຂບັນຫາຄວາມເປັນຫ່ວງຂອງປະຊາຄົມໂລກກ່ຽວກັບແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງເກາະຟູຄູຊີມະຍີ່ປຸ່ນລົງສູ່ທະເລ.

ໜ່ວຍໂລກເປັນບ້ານເມືອງຮ່ວມຂອງມວນມະນຸດ, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນບັນຫາທີ່ກ່ຽວພັນເຖິງທຸກຄົນໃນທົ່ວໂລກ. ຍີ່ປຸ່ນຢ່າຖືບົດລາຍງານຂອງ IAEA ເປັນ “ໃບອະນຸຍາດ”, ຄວນຍຸດຕິການຊຸກຍູ້ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ແລະແກ້ໄຂບັນຫາດ້ວຍວິທີທີ່ມີຄວາມຮັບຜິດຊອບ.