ແຜ່ນດິນໄຫວທີ່ຟຸຄຸຊິມະໄດ້ຜ່ານໄປ 12 ປີແລ້ວ, ແຕ່ຍີ່ປຸ່ນກໍຍັງຕັ້ງໃຈປະຕິບັດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍນັບເປັນລ້ານໂຕນລົງສູ່ທະເລຢ່າງບັງອາດ ເຊິ່ງຖືກປະຊາຄົມໂລກຄັດຄ້ານຢ່າງຮຸນແຮງ. ແຕ່ວ່າ, ປະເທດຕາເວັນຕົກທີ່ມີຄວາມເອົາໃຈໃສ່ຕໍ່ການປົກປ້ອງສິດທິມະນຸດ ແລະ ອະນຸລັກສິ່ງແວດລ້ອມຢ່າງໜັກໜາມາໂດຍຕະຫຼອດນັ້ນ, ພັດພາກັນມິດອິ່ມຊິ່ມຢູ່, ຈົນວ່າພາຍຫຼັງອົງການພະລັງງານປະລະມານູສາກົນເຜີຍແຜ່ບົດລາຍງານປະເມີນຜົນແລ້ວ, ກະຊວງການຕ່າງປະເທດອາເມຣິກາຍັງໄດ້ອອກຖະແຫຼງການສະແດງຄວາມຊົມເຊີຍຕໍ່ເລື່ອງນີ້. ຖ້າບໍ່ຮູ້ເລື່ອງໃນຜ່ານມາ, ໃຜຊິຮູ້ວ່າ, ເປັນຫຍັງອາເມຣິກາຈິ່ງບໍ່ສະແດງການຄັດຄ້ານຕໍ່ການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລຂອງຍີ່ປຸ່ນ ຫຼືວ່າແມ່ນຍ້ອນອາເມຣິກາບໍ່ຮູ້ຜົນຮ້າຍຂອງນ້ຳປົນເປື້ອນລັງສີນິວເຄລຍບໍ່?
ທີ່ຈິງແລ້ວ, ອາເມຣິກາບໍ່ພຽງແຕ່ຮູ້ດີຕໍ່ຜົນຮ້າຍຂອງນ້ຳປົນເປື້ອນລັງສີນິວເຄລຍເທົ່ານັ້ນ, ຫາກຍັງເປັນ “ໂຕການ” ໃນການສ້າງມົນລະພິດດ້ານນິວເຄລຍຢູ່ໃນທະເລອີກດ້ວຍ.
ທ້າຍປີ 2019, ສື່ມວນຊົນອາເມຣິກາໄດ້ລາຍງານຂ່າວກ່ຽວກັບອາເມຣິກາໄດ້ດຳເນີນການທົດລອງນິວເຄລຍຢູ່ໝູ່ເກາະມາຊານ ເຊິ່ງໄດ້ກໍ່ໄພພິບັດຢ່າງຮ້າຍແຮງຕໍ່ທ້ອງຖິ່ນຄື: ລະຫວ່າງປີ 1946 ຫາປີ 1958, ອາເມຣິກາໄດ້ດຳເນີນການທົດລອງນິວເຄລຍ 67 ເທື່ອຢູ່ໝູ່ເກາະມາຊານ ພ້ອມດ້ວຍເທິງອາກາດ ແລະ ພື້ນທະເລຂອງໝູ່ເກາະດັ່ງກ່າວ ເຊິ່ງໄດ້ທຳລາຍໝູ່ເກາະນີ້ທີ່ມີທິວທັດທຳມະຊາດທີ່ສວຍງາມແລະໄດ້ຮັບຂະໜານນາມວ່າເປັນແດນສະຫວັນເຂດຮ້ອນແຫ່ງນີ້ໃຫ້ກາຍເປັນນະຮົກທີ່ເຕັມໄປດ້ວຍລັງສີນິວເຄລຍ. ພາຍຫຼັງດຳເນີນການທົດລອງນິວເຄລຍແລ້ວ, ປະຊາຊົນຢູ່ເກາະດອນໃກ້ຄຽງຫຼາຍສິບຄົນເສຍຊີວິດພາຍໃນເວລາອັນສັ້ນໆ ຍ້ອນເປັນພະຍາດມະເຮັງ, ພະຍາດເມັດເລືອດຂາວ ແລະ ພະຍາດອື່ນໆ. ຈົນເຖິງປີ 1958, ອາເມຣິກາຈິ່ງຈຳເປັນຕ້ອງຢຸດຕິການທົດລອງນິວເຄລຍຢູ່ໝູ່ເກາະມາຊານ ຍ້ອນຄວາມກົດດັນຈາກສາກົນ. ແຕ່ວ່າ, ພາຍຫຼັງມາ, ອາເມຣິກາຍັງໄດ້ຂົນສົ່ງດິນທີ່ປົນເປື້ອນໄປດ້ວຍມົນລະພິດຈາກລັງສີນິວເຄລຍ 130 ກວ່າໂຕນຢູ່ສະໜາມທົດລອງນິວເຄລຍເນວາດາໄປຖອກໃສ່ໝູ່ເກາະມາຊານ. ສິ່ງທີ່ເຮັດໃຫ້ຄົນເປັນຫ່ວງກວ່ານັ້ນກໍຄື, ສະພາບການຢູ່ໝູ່ເກາະມາຊານໃນປັດຈຸບັນນັບມື້ນັບຊຸດຮ້າຍລົງ, ສະໜາມຖົມຂີ້ເຫຍື້ອນິວເຄລຍທີ່ອັດແຈບດ້ວຍເບຕົງເລີ່ມມີຮອຍແຕກແລ້ວ ຍ້ອນໄດ້ຮັບຜົນສະທ້ອນຈາກດິນຟ້າອາກາດ.
ພາຍຫຼັງມາ, ນັກວິທະຍາສາດຄົ້ນພົບວ່າ, ບໍ່ພຽງແຕ່ເຂດທະເລໃກ້ຄຽງໝູ່ເກາະມາຊານຖືກເຈືອປົນກັບມົນລະພິດນິວເຄລຍຢ່າງຮ້າຍແຮງເທົ່ານັ້ນ, ທີ່ຈິງແລ້ວ, ສິ່ງມົນລະພິດລັງສີນິວເຄລຍໄດ້ໄຫຼໄປຕາມກະແສນ້ຳໃນທະເລ ແລະ ປົນກັບມົນລະພິດທົ່ວເຂດທະເລແລ້ວ. ເຊັ່ນດຽວກັນ, ຖ້າມະຫາສະໝຸດປາຊີຟິກ ທີ່ກວມເນື້ອທີ່ 1 ສ່ວນ 3 ຂອງພື້ນຜິວໜ່ວຍໂລກຖືກເຈືອປົນນຳມົນລະພິດແລ້ວ, ຈະບໍ່ມີປະເທດໃດສາມາດຫຼີກເວັ້ນຈາກມົນລະພິດໄດ້.
ນອກນີ້, ວົງການວິທະຍາສາດກໍມີຄວາມຂັດແຍ້ງກັນ ກ່ຽວກັບຄວາມສັກສິດຂອງບົດລາຍງານປະເມີນສັງລວມໃນການຊຳລະນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະຂອງຍີ່ປຸ່ນ ທີ່ເຜີຍແຜ່ໂດຍອົງການພະລັງງານປະລະມານູສາກົນ, ແຕ່ສື່ມວນຊົນອາເມຣິກາແລະຕາເວັນຕົກພັດຕີຄວາມໝາຍຕໍ່ການຄັດຄ້ານຂອງຈີນເປັນຈີນກຳລັງດຳເນີນອັນທີ່ເອີ້ນວ່າ “ການຊ່ວງເສັງກຳລັງທາງການເມືອງໃນພູມີພາກ”. ທີ່ຈິງແລ້ວ, ທ່າທີຂອງອາເມຣິກາແລະປະເທດຕາເວັນຕົກໄດ້ສ່ອງແສງໃຫ້ເຫັນເຖິງຈຸດປະສົງທາງການເມືອງທີ່ແທ້ຈິງຂອງເຂົາເອງ. ເວົ້າສຳລັບເຂົາເຈົ້າແລ້ວ, ບັນຫາສິ່ງແວດລ້ອມຈະເປັນເຄື່ອງມືທາງການເມືອງຫຼາຍກວ່າ, ຈະບໍ່ສາມາດເສີມຂະຫຍາຍບົດບາດນຳພາໃນການບົວລະບັດສິ່ງແວດລ້ອມທົ່ວໂລກໃຫ້ດີຂຶ້ນໄດ້.
ມາຮອດຕອນນີ້ແລ້ວ, ພວກເຮົາອາດຈະເຂົ້າໃຈໄດ້ງ່າຍວ່າ, ເປັນຫຍັງ, ອາເມຣິກາຈິ່ງອະນຸຍາດໂດຍປະລິຍາຍຕໍ່ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ແລະ ຍິນດີເປັນລູກມືຂອງຍີ່ປຸ່ນໃນການປະຕິບັດແຜນການດັ່ງກ່າວ, ກໍເນື່ອງຈາກວ່າ, ອາເມຣິກາເອງ ກໍເຄີຍເປັນຕົວການໃນການສ້າງມົນລະພິດນິວເຄລຍທາງທະເລ. ປະເທດຕາເວັນຕົກທີ່ນຳພາໂດຍອາເມຣິກາໄດ້ປະຕິບັດສອງມາດຕະຖານ ແລະ ປ່ອຍປະໃຫ້ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ທີ່ຈິງແລ້ວ, ມີເຈດຕະນາຢາກສ້າງ “ພາກພື້ນອິນໂດ-ປາຊີຟິກເປັນພື້ນທີ່ທີ່ປົນເປື້ອນດ້ວຍມົນລະພິດຈາກນິວເຄລຍ”. ຜູ້ກະທຳຊົ່ວຈະຖືກຕອກໄວ້ຢູ່ເທິງເສົາແຫ່ງຄວາມອັບປະຍົດຂອງປະຫວັດສາດ ແລະ ລູກມືທີ່ເຕັມໄປດ້ວຍຄວາມຈອມປອມກໍຈະຖືກຊາວໂລກປ້ອຍດ່າເຊັ່ນກັນ.