ປີນີ້ຫວຽດນາມມີຜູ້ຖືກບົ່ງມະຕິຕິດເຊື້ອໄຂ້ເລືອດອອກເກືອບ 4 ໝື່ນກໍລະນີ

2023-07-13 15:32:47 cri

ວັນທີ 12 ກໍລະກົດນີ້, ກະຊວງສາທາລະນະສຸກຫວຽດນາມແຈ້ງຂ່າວວ່າ, 6 ເດືອນຕົ້ນປີນີ້, ຫວຽດນາມມີຜູ້ຖືກບົ່ງມະຕິຕິດເຊື້ອໄຂ້ເລືອດອອກເກືອບ 4 ໝື່ນກໍລະນີ ແລະ ມີຜູ້ເສຍຊີວິດ 8 ຄົນ.


ຫົວໜ້າຫ້ອງການຄົ້ນຄວ້າແມງໄມ້ສະຖາບັນຄົ້ນຄວ້າແມງໄມ້ຂອງຫວຽດນາມກ່າວວ່າ: 6 ເດືອນຕົ້ນປີນີ້, ຢູ່ພາກໃຕ້ ແລະ ພາກເໜືອຫວຽດນາມມີຜູ້ຖືກບົ່ງມະຕິຕິດເຊື້ອໄຂ້ເລືອດອອກຫຼາຍກວ່າ 1.100 ກໍລະນີ, ເພີ່ມຂຶ້ນ 60% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອີງຕາມຄວາມເປັນມາໃນອະດີດ, ຫວຽດນາມຈະປາກົດມີການແພ່ລະບາດຂອງໄຂ້ເລືອດອອກເປັນຈຳນວນຫຼວງຫຼາຍຄັ້ງໜຶ່ງໃນຮອບ 4 ຫາ 5 ປີ, ແຕ່ໃນຊຸມປີມໍ່ໆມານີ້, ອາກາດຢູ່ຫວຽດນາມຮ້ອນອົບເອົ້າ ແລະ ປຽກຊຸ່ມກວ່າເກົ່າ, ມີຝົນຕົກຫຼາຍ, ເຮັດໃຫ້ມີຍູງຫຼາຍ, ທຸກໆປີ, ຜູ້ຖືກບົ່ງມະຕິຕິດເຊື້ອໄຂ້ເລືອດອອກຂອງຫວຽດນາມລ້ວນແຕ່ມີຫຼາຍສົມຄວນໃນ 5 ປີຜ່ານມາ.