ອາຣັບບີ ຊາອູດິດລົງນາມໃນເອກະສານເຂົ້າຮ່ວມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້”

2023-07-13 10:44:16 CRI

ວັນທີ 12 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ໃນເວລາທີ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56 ແລະ ກອງປະຊຸມຕ່າງໆ ທີ່ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ, ທ່ານເຟຊານ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອູດິດ ໄດ້ຕາງໜ້າອາຣັບບີ ຊາອູດິດ ຮ່ວມກັບອາຊຽນລົງນາມໃນເອກະສານເຂົ້າຮ່ວມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້”. ຈາກນັ້ນ, ອາຣັບບີ ຊາອູດິດໄດ້ກາຍເປັນປະເທດທີ 51 ທີ່ເຂົ້າຮ່ວມສົນທິສັນຍາດັ່ງກ່າວ.


ທ່ານນາງ ເຣັດໂນ ເລັສຕາຣີ ປຣຽນຊາຣີ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ກ່າວຕໍ່ເລື່ອງດັ່ງກ່າວວ່າ: ການເຂົ້າຮ່ວມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້” ໄດ້ສະແດງໃຫ້ເຫັນວ່າ: ອາຣັບບີ ຊີອູດິດແມ່ນເຫັນດີເຫັນພ້ອມກັບຄ່ານິຍົມ ແລະ ຫຼັກການຂອງອາຊຽນຢ່າງເດັດດ່ຽວ.


“ສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້” ແມ່ນປະເທດສະມາຊິກອາຊຽນໄດ້ລົງນາມຮ່ວມກັນໃນກອງປະຊຸມສຸດຍອດຄັ້ງປະຖົມມະເລີກຂອງອາຊຽນທີ່ຈັດຂຶ້ນຢູ່ເກາະບາຫຼີ ປະເທດອິນໂດເນເຊຍເມື່ອປີ 1976 ໂດຍມີຈຸດປະສົງເພື່ອ “ຊຸກຍູ້ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຢ່າງຖາວອນລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ ແນໃສ່ເພີ່ມທະວີກຳລັງຕົວຈິງ, ຄວາມສາມັກຄີ ແລະ ຮັດແໜ້ນການພົວພັນລະຫວ່າງປະເທດສະມາຊິກ”. ປັດຈຸບັນ, 10 ປະເທດສະມາຊິກອາຊຽນໄດ້ເຂົ້າຮ່ວມສົນທິສັນຍາດັ່ງກ່າວທັງໝົດແລ້ວ.