ຄະນະກຳມະການການເລືອກຕັ້ງຂອງໄທສະເໜີໃຫ້ສານລັດຖະທຳມະນູນໂຈະຕຳແໜ່ງສະມາຊິກສະພາຂອງທ່ານພິທາ ລິ້ມຈະເຣີນຣັດ

2023-07-13 15:34:35 cri

ວັນທີ 12 ກໍລະກົດນີ້, ຄະນະກຳມະການການເລືອກຕັ້ງຂອງໄທ ໄດ້ຍື່ນໃບສະເໜີຕໍ່ສານລັດຖະທຳມະນູນ ເພື່ອໂຈະຕຳແໜ່ງສະມາຊິກສະພາຂອງທ່ານພິທາ ລິ້ມຈະເຣີນຣັດ ຫົວໜ້າພັກກ້າວໄກຂອງໄທ ກ່ອນທີ່ການສຳຫຼວດເລື່ອງທີ່ທ່ານພິທາ ລິ້ມຈະເຣີນຣັດຖືກກ່າວຟ້ອງຖືຫຸ້ນບໍລິສັດສື່ມວນຊົນ, ຈົນເຖິງມື້ສານທຳການຕັດສິນຕໍ່ການກ່າວຟ້ອງດັ່ງກ່າວ. ມື້ດຽວກັນ, ສານລັດຖະທຳມະນູນໄດ້ໂຈະການສຳຫຼວດພິຈາລະນາຕໍ່ຄຳຮ້ອງດັ່ງກ່າວ ດ້ວຍເຫດຜົນວາລະໃນມື້ນັ້ນເຕັມແລ້ວ.


ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ລັດຖະສະພາໄທຈະຈັດກອງປະຊຸມປະສົມລະຫວ່າງວຸດທິສະພາ ແລະ ສະພາຜູ້ແທນລາຊະດອນໃນວັນທີ 13 ກໍລະກົດນີ້ ເພື່ອລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ທ່ານພິທາ ລິ້ມຈະເຣີນຣັດເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີທີ່ສະເໜີຊື່ໂດຍພັກກ້າວໄກຂອງໄທ.