ຍອດມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບອາຊຽນໃນ 6 ເດືອນຕົ້ນປີນີ້ບັນລຸເຖິງ 3.080 ຕື້ຢວນ

2023-07-14 16:47:43 cri


ອີງຕາມສະຖິຕິຂອງອົງການດ່ານພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບອາຊຽນເຊິ່ງເປັນຄູ່ການຄ້າໃຫຍ່ອັນດັບທີໜຶ່ງຂອງຈີນໄດ້ບັນລຸເຖິງ 3.080 ຕື້ຢວນ, ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມເອົາ 15,3% ຂອງຍອດມູນຄ່າຂາເຂົ້າຂາອອກຂອງຈີນ. ສ່ວນມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບສະຫະພາບເອີຣົບບັນລຸເຖິງ 2.750 ຕື້ຢວນ, ເພີ່ມຂຶ້ນ 1,9%.

ໃນ 6 ເດືອນຕົ້ນປີນີ້, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສູງກວ່າຈັງຫວະການເຕີບໂຕໂດຍລວມ 7,7%, ກວມເອົາ 34,3% ຂອງຍອດມູນຄ່າຂາເຂົ້າຂາອອກຂອງຈີນ.