ການລົງຄະແນນສຽງເລືອກຕັ້ງນາຍົກໃນລັດຖະສະພາໄທບໍ່ປະສົບຜົນສຳເລັດ ແລະ ຈະຈັດການລົງຄະແນນສຽງເລືອກຕັ້ງອີກຄັ້ງໃໝ່

2023-07-14 10:45:21 cri

ວັນທີ 13 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ລັດຖະສະພາໄທໄດ້ຈັດການລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີ, ທ່ານພິທາ ລິ້ມຈະເຣີນຣັດ ຫົວໜ້າພັກກ້າວໄກແມ່ນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີທີ່ໄດ້ຮັບການສະເໜີຊື່ພຽງຄົນດຽວ.


ຕອນບ່າຍມື້ດຽວກັນ, ໂດຍຜ່ານການລົງຄະແນນສຽງຂອງສະມາຊິກສອງສະພາ, ທ່ານພິທາ ລິ້ມຈະເຣີນຣັດ ບໍ່ໄດ້ຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນ 750 ສຽງໃນສອງສະພາ ແລະ ບໍ່ສາມາດຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີໄທຄົນໃໝ່. ລັດຖະສະພາໄທຈະຈັດການລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີອີກຄັ້ງໃໝ່ຕາມພາຍຫຼັງ.