ກອງປະຊຸມວ່າດ້ວຍການຮ່ວມມືການໂອນເຕັກນິກແລະການປະດິດສ້າງໃໝ່ຈີນ-ອາຊຽນຄັ້ງທີ 11 ຈັດຂຶ້ນຢູ່ນະຄອນໜານໜິງ

2023-07-14 10:54:15 cri

ກອງປະຊຸມວ່າດ້ວຍການຮ່ວມມືການໂອນເຕັກນິກແລະການປະດິດສ້າງໃໝ່ຈີນ-ອາຊຽນຄັ້ງທີ 11 ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນໃນວັນທີ 13 ກໍລະກົດນີ້ ໂດຍມີເຈົ້າໜ້າທີ່ຮັບຜິດຊອບການຄຸ້ມຄອງວິທະຍາສາດເຕັກໂນໂລຊີ ແລະ ນັກຄົ້ນຄວ້າວິທະຍາສາດຈາກຈີນ ແລະ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ, ຜູ້ເຂົ້າຮ່ວມປະຊຸມໄດ້ປິ່ນອ້ອມຫົວຂໍ້ກອງປະຊຸມທີ່ວ່າ “ຮ່ວມກັນເປິກສາຫາລືການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ ເພື່ອຮ່ວມກັນສ້າງບ້ານເມືອງທີ່ສວຍງາມກວ່າເກົ່າ” ໂດຍສຸມໃສ່ຂົງເຂດການຮ່ວມມືທີ່ເປັນຈຸດສຸມຕ່າງໆ ເຊັ່ນ: ປັນຍາປະດິດ, ສຸຂະພາບໂດຍລວມເປັນຕົ້ນ, ເປິກສາຫາລືກັນການຈະເຮັດແນວໃດ ເພື່ອເພີ່ມພະລັງຂັບເຄື່ອນດ້ານວິທະຍາສາດເຕັກໂນໂລຊີເຂົ້າໃນການຟື້ນຟູເສດຖະກິດ.


ກອງປະຊຸມໄດ້ເຜີຍແຜ່ “ຂໍ້ລິເລີ່ມວ່າດ້ວຍການພັດທະນາປັນຍາປະດິດ ທີ່ອວ່າຍໜ້າໄປສູ່ອາຊຽນ”,  ແລະ “ແຜນດຳເນີນງານວ່າດ້ວຍການແລກປ່ຽນແລະຮ່ວມມືກັນເຜີຍແຜ່ຄວາມຮູ້ວິທະຍາສາດຈີນ-ອາຊຽນ” ເຊິ່ງຈະຊຸກຍູ້ການຮ່ວມກັນສ້າງສາ ແລະ ຮ່ວມກັນຊົມໃຊ້ຊັບພະຍາກອນຄວາມຮູ້ວິທະຍາສາດທີ່ມີຄຸນະພາບສູງ ແລະ ຍົກສູງອິດທິພົນສາກົນດ້ານການຮ່ວມມືໃນການເຜີຍແຜ່ຄວາມຮູ້ວິທະຍາສາດຈີນ-ອາຊຽນ.