ປະທານາທິບໍດີອິນໂດເນເຊຍກ່າວວ່າ: ອາຊຽນສຸມກຳລັງເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ

2023-07-15 11:45:01 cri


ວັນທີ 14 ກໍລະກົດ 2023, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ກ່າວຄຳປາໄສໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງ. ທ່ານໂຈໂກ ວິໂດໂດ ກ່າວວ່າ: ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນ, ອິນໂດເນເຊຍຈະນຳໃຊ້ໂອກາດເທື່ອນີ້ເພື່ອເພີ່ມທະວີການປະກອບສ່ວນຂອງອາຊຽນທີ່ມີຕໍ່ພາກພື້ນກໍຄືຕໍ່ໂລກ, ອາຊຽນຈະສືບຕໍ່ສຸມກຳລັງເຂົ້າໃນການເພີ່ມທະວີຄວາມສາມັກຄີ, ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ທ່ານໂຈໂກ ວິໂດໂດກ່າວວ່າ: ອາຊຽນບໍ່ຄວນກາຍເປັນເວທີຕໍ່ສູ້, ບໍ່ຄວນກາຍເປັນຕົວແທນຂອງປະເທດໃດໜຶ່ງ. ອາຊຽນຄວນຮ່ວມມືກັບປະເທດຄູ່ຮ່ວມມືຢ່າງແທ້ຈິງ, ແລະສະໜັບສະໜູນເຊິ່ງກັນ ແລະ ກັນ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍລະຫວ່າງວັນທີ 8 ຫາ 14 ກໍລະກົດນີ້, ອິນໂດເນເຊຍເປັນເຈົ້າພາບກອງປະຊຸມຄັ້ງນີ້ໃນຖານະເປັນປະເທດປະທານໝູນວຽນອາຊຽນປະຈຳປີ 2023.