ການເລືອກຕັ້ງນາຍົກລັດຖະມົນຕີໄທຮອບໃໝ່ຈະຈັດຂຶ້ນໃນວັນທີ 19 ກໍລະກົດນີ້

2023-07-15 15:17:46 cri

 

    ວັນທີ 13 ກໍລະກົດນີ້, ລັດຖະສະພາໄທໄດ້ຈັດການເລືອກຕັ້ງນາຍົກລັດຖະມົນຕີ. ຕອນບ່າຍມື້ດຽວກັນ, ຜ່ານການລົງຄະແນນສຽງຂອງສະມາຊິກສອງສະພາ, ທ່ານພິທາ ລິ້ມຈະເຣີນຣັດ ຫົວໜ້າພັກກ້າວໄກ, ຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ ພຽງຄົນດຽວ ບໍ່ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນ 750 ສຽງໃນສອງສະພາ ແລະ ບໍ່ສາມາດຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີໄທຄົນໃໝ່.

    ວັນທີ 14 ກໍລະກົດນີ້, ທ່ານ ວັນ ມູຫະມັດ ນໍ ມະທາ, ປະທານລັດຖະສະພາໄທ, ປະທານສະພາຜູ້ແທນ ລາດຊະດອນໄທ ກ່າວວ່າ: ການລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີຮອບໃໝ່ ຈະຈັດຂຶ້ນຕາມເວລາທີ່ກຳນົດໄວ້, ຄື: ວັນທີ 19 ກໍລະກົດນີ້, ແຕ່ເວລາລະອຽດຕ້ອງໃຫ້ບັນດາຝ່າຍເປິກສາຫາລື ແລະ ຕົກລົງກັນໃນອາທິດໜ້າ.