ນາໂຕທີ່ເປັນເຈົ້າອຳນາດ ແລະ ໂອຫັງຍັງຈະສາມາດເດີນໄປໄດ້ໄກພຽງໃດ?

2023-07-15 15:06:26 cri

ກອງປະຊຸມສຸດຍອດນາໂຕທີ່ຈັດຂຶ້ນຢູ່ນະຄອນຫຼວງວິນນາດ ປະເທດລີຕົວນີໃນຫວ່າງມໍ່ໆມານີ້ໄດ້ເຕັມໄປດ້ວຍບ້າອຳນາດ ແລະ ໂອຫັງ. ໃນໄລຍະຈັດກອງປະຊຸມ, ນາໂຕໄດ້ເປີດເຜີຍຖະແຫຼງການກອງປະຊຸມສຸດຍອດວິນນາດ, ໃນຖະແຫຼງການສະບັບນີ້ໄດ້ກ່າວເຖິງປະເທດຈີນ 15 ເທື່ອ, ໂດຍກ່າວວ່າຄວາມທະເຍີທະຍານ ແລະ ນະໂຍບາຍທີີ່ມີລັກສະນະບັງຄັບນາບຂູ່ຂອງຈີນໄດ້ທ້າທາຍຜົນປະໂຫຍດ, ຄວາມໝັ້ນຄົງ ແລະ ຄ່ານິຍົມຂອງນາໂຕ, ແລະຍັງກ່າວວ່າປະເທດຈີນໄດ້ສ້າງ “ສິ່ງທ້າທາຍທີ່ມີລັກສະນະເປັນລະບົບ.”

ນາໂຕ, ໃນນາມເປັນປະເທດພັນທະມິດຂ້າມມະຫາສະໝຸດອັດລັງຕິກ, ແຕ່ທີ່ຈິງແລ້ວແມ່ນຖືກຄອບງຳໂດຍອາເມຣິກາ. ເມື່ອທົບທວນຄືນປະຫວັດສາດຂອງນາໂຕຈະສາມາດເຫັນໄດ້ວ່າ, ນັບແຕ່ສົງຄາມເຢັນສິ້ນສຸດລົງມາຮອດປັດຈຸບັນ, ນາໂຕເດ່ມືໄປສູ່ບ່ອນໃດ, ບ່ອນນັ້ນກໍຈະເກີດຄວາມແບ່ງແຍກກັນ ແລະ ຄວາມວຸ້ນວາຍຄື: ຖິ້ມລະເບີດໃສ່ສະຫະພັນຢູໂກສະລາວີ, ກໍ່ສົງຄາມອັຟການິສະຖານດ້ວຍຂໍ້ອ້າງ “ຕໍ່ຕ້ານລັດທິກໍ່ການຮ້າຍ”, ຮຸກຮາງອີຣັກ, ໂຈມຕີລີບີທາງອາກາດ, ການກະທຳເຫຼົ່ານີ້ລ້ວນແຕ່ໄດ້ສ້າງຜົນຮ້າຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນທ້ອງຖິ່ນ.

ພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວ, ນາໂຕກໍຄວນຖືກຍຸບອອກ. ແຕ່ວ່າ, ກຸ່ມພັນທະມິດການທະຫານນີ້ພັດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກ່ອນອື່ນແມ່ນໄດ້ຂະຫຍາຍໄປທາງທິດຕາເວັນອອກ ແລະ ຕໍ່ຕ້ານຣັດເຊຍ, ທຳລາຍສັນຕິພາບຂອງເອີຣົບ, ປັດຈຸບັນນາໂຕພວມພະຍາຍາມຂະຫຍາຍມາສູ່ເຂດອາຊີປາຊີຟິກອີກ. ກ່ອນໜ້ານີ້ມີສື່ມວນຊົນລາຍງານວ່າ, ນາໂຕວາງແຜນຈະສ້າງຕັ້ງຫ້ອງການປະສານງານຢູ່ຍີ່ປຸ່ນໃນປີ 2024. ຮອດເວລານັ້ນ, ຫ້ອງການປະສານງານປະຈຳຍີ່ປຸ່ນຂອງນາໂຕຈະກາຍເປັນອົງການຈັດຕັ້ງແຫ່ງທຳອິດຂອງນາໂຕຢູ່ອາຊີ. ນາໂຕແມ່ນອົງການຈັດຕັ້ງມະຫາສະໝຸດອັດລັງຕິກເໜືອ, ສ່ວນຍີ່ປຸ່ນບໍ່ຢູ່ໃນເຂດມະຫາສະໝຸດອັດລັງຕິກເໜືອ, ແລະ ອາຊີກໍບໍ່ແມ່ນຂອບເຂດດ້ານພູມສາດຂອງມະຫາສະໝຸດອັດລັງຕິກເໜືອ. ແຕ່ວ່ານາໂຕພັດຕັ້ງໃຈຂະຫຍາຍມາສູ່ເຂດອາຊີປາຊີຟິກ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງເຈຕະນາຂອງນາໂຕທີ່ຢາກທຳລາຍສະຖຽນລະພາບຂອງອາຊີເພື່ອຮັກສາສິດເປັນເຈົ້າອຳນາດຂອງອາເມຣິກາ. ຄືດັ່ງຄວາມເວົ້າຂອງອະດີດນາຍົກລັດຖະມົນຕີອົສຕຣາລີທີ່ວ່າ: ນາໂຕພົ່ນສິ່ງທີ່ປຽບເໝືອນສານພິດໄປສູ່ອາຊີ, ກໍເທົ່າກັບວ່າເຮັດໃຫ້ອາຊີປະສົບກັບພະຍາດລະບາດ. ອາຊີໄດ້ຮັບການພັດທະນາໂດຍຜ່ານຄວາມທຸກຍາກມາເປັນເວລາດົນນານ, ຖ້າວ່ານາໂຕຂະຫຍາຍໄປສູ່ອາຊີ, ຄວາມຫວັງໃນອະນາຄົດດ້ານການພັດທະນາຂອງອາຊີກໍຈະຖືກທຳລາຍ.

ຕໍ່ກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ, ຈີນແມ່ນປະເທດໃຫຍ່ທີ່ມີປະຫວັດສາດທີ່ດີທີ່ສຸດ, ຈີນບໍ່ເຄີຍໄດ້ຮຸກຮາງປະເທດອື່ນ, ບໍ່ເຮັດສົງຄາມຕົວແທນຈັກເທື່ອ, ບໍ່ດຳເນີນການເຄື່ອນໄຫວການທະຫານຢູ່ທົ່ວໂລກ, ບໍ່ຂົ່ມຂູ່ປະເທດອື່ນດ້ວຍກຳລັງອາວຸດ, ບໍ່ສົ່ງອອກຮູບຖານຈິດສຳນຶກ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ. ປະເທດຈີນບໍ່ສ້າງຕັ້ງ ແລະ ບໍ່ເຂົ້າຮ່ວມກຸ່ມການທະຫານ, ຄັດຄ້ານການໃຊ້ກຳລັງອາວຸດ ຫຼື ຂົ່ມຂູ່ປະເທດອື່ນດ້ວຍກຳລັງອາວຸດໃນການພົວພັນສາກົນ, ຈະສ້າງ “ສິ່ງທ້າທາຍທີ່ມີລັກສະນະເປັນລະບົບ” ຕໍ່ນາໂຕໄດ້ແນວໃດ?

ຕໍ່ກັບສະຖານະການສາກົນຊຸດໂຊມລົງຢ່າງບໍ່ຢຸດຢັ້ງໃນປັດຈຸບັນ, ນາໂຕບໍ່ສຳຫຼວດຄວາມຮັບຜິດຊອບຂອງຕົນ, ແຕ່ພັດຖິ້ມໂທດໃສ່ປະເທດອື່ນຢ່າງດຽວ, ແຊກແຊງວຽກງານຂອງພາກພື້ນອື່ນຢ່າງບໍ່ຢຸດຢັ້ງ, ສ້າງຄວາມຂັດແຍ້ງກັນ ແລະ ການເປັນປໍລະປັກກັນ, ພາຍຫຼັງສ້າງຄວາມວຸ້ນວາຍຢູ່ເອີຣົບແລ້ວ, ປັດຈຸບັນຢາກເຂົ້າມາທຳລາຍຄວາມສະຫງົບຂອງເຂດອາຊີປາຊີຟິກອີກ. ສາຍຕາຂອງປະຊາຄົມໂລກຍັງແຈ້ງດີ, ແນວຄວາມຄິດສົງຄາມເຢັນ ແລະ ພຶດຕິກຳທີ່ຢາກເປັນເຈົ້າອຳນາດຂອງປະເທດໃດໆ ຫຼື ອົງການໃດໆ, ຈະຖືກຄັດຄ້ານຈາກປະເທດຕ່າງໆໃນໂລກນັບມື້ນັບຫຼາຍຂຶ້ນ. ຄວາມເປັນເຈົ້າອຳນາດບໍ່ເພິ່ງປາດຖະໜາຂອງຊາວໂລກ, ຈະຄົງຕົວເປັນໄລຍະຍາວບໍ່ໄດ້ຢ່າງແນ່ນອນ. ສ່ວນນາໂຕທີ່ຖືວ່າເປັນກຸ່ມເຈົ້າອຳນາດ ແລະ ໂອຫັງນັ້ນ, ຍັງຈະສາມາດເດີນໄປໄດ້ໄກພຽງໃດ?