ກອງປະຊຸມສຳມະນາຮ່ວມມືດ້ານຄວາມໝັ້ນຄົງແບບບໍ່ແມ່ນດັ້ງເດີມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈັດຂຶ້ນຢູ່ມຽນມາ

2023-07-15 15:19:08 cri

 

    ວັນທີ 14 ກໍລະກົດນີ້, ກອງປະຊຸມສຳມະນາການຮ່ວມມືດ້ານຄວາມໝັ້ນຄົງແບບບໍ່ແມ່ນດັ້ງເດີມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ມຽນມາ, ໂດຍມີຜູ້ຕາງໜ້າ ແລະ ນັກວິຊາການທີ່ມາຈາກກະຊວງການຕ່າງປະເທດມຽນມາ, ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນມຽນມາ, ທູຕານຸທູດປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳມຽນມາ, ທັງໝົດປະມານ 100 ທ່ານເຂົ້າຮ່ວມ. ກອງປະຊຸມສຳມະນາຄັ້ງນີ້ໄດ້ຈັດກອງປະຊຸມເວທີເປິກສາຫາລືກ່ຽວກັບສອງຫົວຂໍ້ຄື: “ໂຈມຕີອາຊະຍາກຳຜ່ານທາງອິນເຕີເນັດ ເຊັນ: ການພະນັນທາງອິນເຕີເນັດ, ການຫຼອກລວງຜ່ານທາງໂທລະຄົມ” ແລະ  “ຄວາມປອດໄພດ້ານອາຫານ ແລະ ການລຶບລ້າງຄວາມທຸກຍາກຂອງປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”.

    ທ່ານເສີນໄຫ ເອກອັກຄະລັດຖະທູດຈີນປະຈຳມຽນມາໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາດັ່ງກ່າວ ໂດຍກ່າວວ່າ: ບັນຫາຄວາມໝັ້ນຄົງແບບບໍ່ແມ່ນດັ້ງເດີມນັບມື້ນັບກາຍເປັນໄພຂົ່ມຂູ່ຕໍ່ການຢູ່ລອດ ແລະ ການພັດທະນາຂອງມະນຸດ. 6 ປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມກັນສ້າງເຂດສາທິດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ໂດຍໄດ້ດຳເນີນການຮ່ວມມືທີ່ບັງເກີດຜົນໃນຂົງເຂດຄວາມໝັ້ນຄົງແບບບໍ່ແມ່ນດັ້ງເດີມ ເຊັ່ນ: ຮັບມືກັບລັດທິກໍ່ການຮ້າຍ, ການພະນັນຜ່ານທາງອິນເຕີເນັດ, ການຫຼອກລວງຜ່ານທາງໂທລະຄົມ, ການຄ້າມະນຸດ ແລະ ອື່ນໆ. ການພັດທະນາແມ່ນກຸນແຈຫຼັກທີ່ແກ້ໄຂບັນຫາຄວາມໝັ້ນຄົງ, ຈີນຍິນດີຮ່ວມກັບປະເທດເພື່ອນມິດຢູ່ລຽບຕາມແມ່ນ້ຳຂອງ, ສືບຕໍ່ດຳເນີນການຮ່ວມມືອັນໃໝ່ໃນດ້ານຄວາມໝັ້ນຄົງແບບບໍ່ແມ່ນດັ້ງເດີມ, ຮ່ວມກັນສ້າງສາບ້ານເມືອງທີ່ສັນຕິພາບ, ສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ.