ທ່ານຫວາງຢີ້ກ່າວຫຼັກໝັ້ນຫຼັກການຂອງຈີນກ່ຽວກັບບັນຫາທະເລຈີນໃຕ້

2023-07-16 15:35:14 cri

ວັນທີ 14 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຢູ່ນະຫຼວງຈາກາຕາປະເທດອິນໂດເນເຊຍ, ທ່ານຫວາງຢີ້ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືອາຊີຕາເວັນອອກ ໂດຍໄດ້ກ່າວຕອບໂຕ້ບາງປະເທດທີ່ກ່າວເຖິງການຕັດສິນທະເລຈີນໃຕ້ ແລະ ອັນທີ່ເອີ້ນວ່າ ການເດີນຜ່ານຢ່າງເສລີ ພ້ອມທັງໄດ້ຊີ້ແຈງຫຼັກໝັ້ນຫຼັກການຂອງຈີນກ່ຽວກັບບັນຫາທະເລຈີນໃຕ້.


ທ່ານຫວາງຢີ້ກ່າວວ່າ: ທະເລຈີນໃຕ້ແມ່ນເຂດທະເລທີ່ມີຄວາມປອດໄພ ແລະ ມີຄວາມເສລີທີ່ສຸດໃນການເດີນເຮືອໃນໂລກປັດຈຸບັນ, ບໍ່ມີເຮືອການຄ້າລຳໃດເຄີຍຈົ່ມວ່າຖືກລົບກວນ ຫຼື ກີດຂວາງໃນການເດີນຜ່ານທະເລຈີນໃຕ້, ບາງປະເທດບໍ່ມີຄວາມຈຳເປັນສະແດງຄວາມເປັນຫ່ວງຢ່າງບໍ່ມີສາລະຕໍ່ເລື່ອງນີ້.


ທ່ານຫວາງຢີ້ຫວັງໃຫ້ປະເທດນອກພາກພື້ນຈົ່ງເຄົາລົບຄວາມພະຍາຍາມຂອງຈີນ ແລະ ອາຊຽນ, ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການປົກປັກຮັກສາສະຖຽນລະພາບຂອງພາກພື້ນ, ຫາກບໍ່ແມ່ນກະທຳໃນທິດທາງທີ່ກົງກັນຂ້າມ. ຢ່າສົ່ງກຳປັ່ນ ແລະ ເຮືອບິນທີ່ທັນສະໄໝເປັນຈຳນວນຫຼວງຫຼາຍມາແຜງລິດແຜງເດດຢູ່ທະເລຈີນໃຕ້ອີກ, ຢ່າຍຸແຍສົ່ງເສີມ ແລະ ສວຍໃຊ້ຄວາມຂັດແຍ້ງກັນລະຫວ່າງປະເທດໃນພາກພື້ນ ເພື່ອສະແຫວງຫາຜົນປະໂຫຍດທາງການເມືອງສ່ວນຕົວໃນພາກພື້ນ, ຢ່າຊີ້ໄມ້ຊີ້ມືຕາມລຳພັງໃຈໂດຍບໍ່ຮູ້ສະພາບຕົວຈິງ.