ທ່ານຫວາງຢີ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງເວທີເປິກສາຫາລືພາກພື້ນອາຊຽນຄັ້ງທີ 30

2023-07-16 12:02:16 cri


ວັນທີ 14 ກໍລະກົດ 2023, ທ່ານຫວາງຢີ້ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງເວທີເປິກສາຫາລືພາກພື້ນອາຊຽນຄັ້ງທີ 30 ທີ່ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ.

ທ່ານຫວາງຢີ້ ກ່າວວ່າ: ປີນີ້ແມ່ນກອງປະຊຸມເວທີເປິກສາຫາລືພາກພື້ນອາຊຽນສ້າງຕັ້ງຂຶ້ນຄົບຮອບ 30 ປີ. ເພື່ອຮັກສາສະພາບແວດລ້ອມທາງຍຸດທະສາດທີ່ມີຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນອາຊີປາຊີຟິກ, ຈີນມີຂໍ້ສະເໜີ 3 ຂໍ້ດັ່ງນີ້:

ໜຶ່ງ, ຄວນຍຶດໝັ້ນການເປີດກວ້າງ ແລະ ກວມລວມ, ຊຸກຍູ້ຄວາມໝັ້ນຄົງຮ່ວມກັນ. ພາກພື້ນແຫ່ງນີ້ບໍ່ຕ້ອງການການຊ່ວງເສັງປະກອບອາວຸດ, ແຮ່ງຄັດຄ້ານເຈຕະນາການສ້າງອັນທີ່ເອີ້ນວ່າ: “ນາໂຕແບບອາຊີ”.

ສອງ, ຄວນປົກປັກຮັກສາກະຕິກາລະດັບພາກພື້ນ, ຊຸກຍູ້ຄວາມໝັ້ນຄົງທົ່ວໄປ. ຄວນເສີມຂະຫຍາຍຈິດໃຈ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສຽງໃຕ້” ຕື່ມອີກ, ປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ.

ສາມ, ຄວນລົງເລິກການຮ່ວມມືຢ່າງແທ້ຈິງ, ປະຕິບັດການຮ່ວມມືດ້ານຄວາມໝັ້ນຄົງ. ເສີມຂະຫຍາຍທ່າແຮງພິເສດຂອງພາກພື້ນທີ່ມີຫົວຂໍ້ການຮ່ວມມືຢ່າງຫຼວງຫຼາຍ ແລະ ມີໂຄງການທີ່ຕິດແທດຕົວຈິງຈຳນວນຫຼວງຫຼາຍ, ບົ່ມເພາະ ແລະ ພັດທະນາຜົນປະໂຫຍດຮ່ວມກັນດ້ານຄວາມໝັ້ນຄົງເທື່ອລະກ້າວ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນດ້ານຄວາມໝັ້ນຄົງ.