ພະລັງງານສີຂຽວເພີ່ມແຮງຂັບເຄື່ອນໃຫ້ກັບການພັດທະນາເສດຖະກິດຂອງເຂດພູດອຍ

2023-07-17 16:34:43 CRI


ຊຸມປີມໍ່ໆມານີ້, ແຂວງກຸ້ຍໂຈ່ວຈີນໄດ້ກຳແໜ້ນໂອກາດແຫ່ງການພັດທະນາພະລັງງານໃໝ່, ການຜະລິດໄຟຟ້າດ້ວຍພະລັງງານລົມ, ພະລັງງານແສງຕາເວັນ ແລະອຸດສາຫະກຳພະລັງງານໃໝ່ອື່ນໆໄດ້ພັດທະນາໄປຢ່າງວ່ອງໄວ. ໃນຂະນະ ທີ່ອອກແຮງພັດທະນາພະລັງງານສີຂຽວນັ້ນ, ແຂວງກຸ້ຍໂຈ່ວຍັງໄດ້ນຳໃຊ້ທີ່ດິນທີ່ຢູ່ພາຍໃຕ້ແຜ່ນຜະລິດໄຟຟ້າດ້ວຍແສງຕາເວັນເພື່ອປູກງພືດກະສິກຳ, ນຳພາຄອບຄົວຊາວກະສິກອນທີ່ມີເງື່ອນໄຂພັດທະນາການລ້ຽງສັດ.



ນັບມາຮອດທ້າຍເດືອນມິຖຸນາປີ 2023, ກຳລັງຕິດຕັ້ງເຄື່ອງຜະລິດໄຟຟ້າດ້ວຍພະລັງງານໃໝ່ຢູ່ແຂວງກຸ້ຍໂຈ່ວມີເຖິງ 21,81 ລ້ານກິໂລວັດ, ພະລັງງານລົມ ແລະ ພະລັງງານແສງຕາເວັນພວມເກີດມີປະສິດທິຜົນດ້ານເສດຖະກິດ, ເຊິ່ງກາຍເປັນແຮງຂັບເຄື່ອນດ້ານການພັດທະນາຂອງເຂດພູດອຍຢູ່ແຂວງກຸ້ຍໂຈ່ວເທື່ອລະກ້າວ.