ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນທາງເລືອກຮ່ວມກັນຂອງປະເທດຈີນ ແລະ ອາຊຽນ

2023-07-17 16:18:07 cri

ວັນທີ 13 ກໍລະກົດ 2023, ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ (10+1) ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບປະເທດຈີນເຂົ້າຮ່ວມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສຽງໃຕ້” ຄົບຮອບ 20 ປີ, ແລະ ເອກະສານແນະນຳກ່ຽວກັບການເລັ່ງລັດບັນລຸ “ກົດແຫ່ງການປະພຶດໃນທະເລຈີນໃຕ້”. ໃນໄລຍະ 20 ປີຜ່ານມາ, ຈີນ ແລະ ອາຊຽນເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານ, ໄດ້ກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງຂອງມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີໃນເປັນເວລາຍາວນານ ແລະ ຮ່ວມກັນພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງສຳເລັດຜົນ.

ກ່ອນນີ້ 20 ປີ, ປະເທດຈີນໄດ້ລົງນາມເຂົ້າຮ່ວມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສຽງໃຕ້”, ເຊິ່ງໄດ້ເລີ່ມເປີດໄລຍະໃໝ່ຂອງການພົວພັນລະຫວ່າງຈີນກັບອາຊຽນ. ໃນໄລຍະ 20 ປີຜ່ານມາ, ການຮ່ວມມືຮອບດ້ານແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບອາຊຽນໄດ້ຮັບໝາກຜົນຢ່າງພົ້ນເດັ່ນ.

ປັດຈຸບັນ, ປະເທດຈີນໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນກ່ຽວກັບຮ່ວມກັນສ້າງຄູ່ຮ່ວມຊາຕາກຳກັບລາວ, ອິນໂດເນເຊຍ, ໄທ, ມາເລເຊຍ, ມຽນມາ ແລະ ກຳປູເຈຍ. ຈີນ ແລະ ອາຊຽນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຮ່ວມກັນສ້າງ “5 ບ້ານເຮືອນໃຫຍ່”, ທັງໄດ້ສະໜອງພຶດຕິກຳສຳຄັນໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

ພາຍຫຼັງເຂດການຄ້າເສລີຈີນ-ອາຊຽນສ້າງສຳເລັດຫຼາຍກວ່າ 20 ປີມານີ້, ໄດ້ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນລະຫວ່າງຈີນກັບອາຊຽນເພີ່ມຂຶ້ນຢ່າງວ່ອງໄວ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນຈາກ 78,3 ຕື້ໂດລາເມື່ອປີ 2003 ເພີ່ມຂຶ້ນເປັນ 975,3 ຕື້ໂດລາເມື່ອປີ 2022, ເພີ່ມຂຶ້ນ 12,45 ເທົ່າ. ປີນີ້, ຈີນ ແລະ ອາຊຽນຕັ້ງໜ້າຊຸກຍູ້ການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນ 3.0, ຊຸກຍູ້ໃຫ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຢ່າງຮອບດ້ານ, ຮ່ວມກັນເປັນຜູ້ລິເລີ່ມຢ່າງເດັດດ່ຽວຂອງການຄ້າເສລີ ແລະ ການເປີດຕະຫຼາດສູ່ພາຍນອກ.

ໃນໄລຍະ 10 ປີຜ່ານມາ, ຈີນ ແລະ ອາຊຽນໄດ້ຮັບຜົນງານຢ່າງພົ້ນເດັ່ນໃນດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ປີ 2022, ມູນຄ່ານຳເຂົ້າ ແລະ ສົ່ງອອກລະຫວ່າງຈີນກັບອາຊຽນດ້ວຍວິທີຂົນສົ່ງທາງລົດໄຟ, ທາງນ້ຳ ແລະ ທາງອາກາດຕ່າງໄດ້ເພີ່ມຂຶ້ນ 197,6%, 26,7% ແລະ 15,5% ຕາມລຳດັບ. ໂດຍສະເພາະໃນທ້າຍປີ 2021, ທາງລົດໄຟຈີນ-ລາວສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ, ການຂົນສົ່ງສິນຄ້າດ້ວຍທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນເປັນ 44,7%, ໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງການນຳເຂົ້າ ແລະ ສົ່ງອອກລະຫວ່າງຈີນກັບອາຊຽນດ້ວຍທາງລົດໄຟຫຼາຍກວ່າ 60%. ໃນໄລຍະ 10 ປີຜ່ານມາ, ໂຄງການສັນຍະລັກຕ່າງໆໄດ້ສ້າງສຳເລັດເທື່ອລະກ້າວ, ເຊິ່ງໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນຫຼາຍກວ່າ 2 ຕື້ຄົນ.

ຈີນຖືອາຊຽນເປັນບຸລິມະສິດດ້ານການທູດຢ່າງສະເໝີຕົ້ນສະເໝີປາຍ. ໂດຍຜ່ານການພັດທະນາເປັນເວລາຫຼາຍສິບປີ, ຈີນໄດ້ກາຍເປັນຄູ່ຮ່ວມມືທີ່ເຂັ້ມແຂງຂອງອາຊຽນ, ການຮ່ວມມືລະຫວ່າງຈີນກັບອາຊຽນໃນຂົງເຂດຕ່າງໆໄດ້ພັດທະນາຢ່າງມີຊີວິດຊີວາ, ໄດ້ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ທຸກຝ່າຍຍິນດີສືບຕໍ່ຊຸກຍູ້ຄວາມຄືບໜ້າອັນສຳຄັນຂອງ “ກົດແຫ່ງການປະພຶດໃນທະເລຈີນໃຕ້” ເຊິ່ງໄດ້ເປັນແບບຢ່າງໃຫ້ແກ່ການແກ້ໄຂຄວາມຂັດແຍ້ງກັນດ້ວຍສັນຕິວິທີ.

ຈີນ ແລະ ອາຊຽນເລີ່ມສ້າງສາຍພົວພັນຄູ່ເຈລະຈາໃນຕົ້ນຊຸມປີ 1990 ເປັນຕົ້ນມາ, ການຮ່ວມມືຮອບດ້ານແບບຕ່າງຝ່າຍຕ່າງມີຜົນປະໂຫຍດໄດ້ຂະຫຍາຍຕົວຢ່າງຮອບດ້ານ, ແລະ ໄດ້ຮັບໝາກຜົນອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ, ໄດ້ສ້າງສາຍພົວພັນຈີນ-ອາຊຽນໃຫ້ເປັນແບບຢ່າງດ້ານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການພັດທະນາຮ່ວມກັນຂອງພາກພື້ນ. ໃນອະນາຄົດ, ຫວັງວ່າຈະໄດ້ຮ່ວມກັນຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໃຫ້ຂະຫຍາຍໄປສູ່ຂ້າງໜ້າຢ່າງບໍ່ຢຸດຢັ້ງ, ປະກອບສ່ວນໃໝ່ເຂົ້າໃນສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນແຫ່ງນີ້.