ອາຊຽນຍຶດໝັ້ນຄວາມສາມັກຄີແລະການເປັນເຈົ້າຕົນເອງເພື່ອສະແຫວງຫາການພັດທະນາ

2023-07-17 15:33:56 CRI

 

ຕາມຂ່າວCRI: ຫວ່າງບໍ່ດົນມານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 56 ແລະກອງປະຊຸມຕ່າງໆໄດ້ໄຂຂຶ້ນຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍ. ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມຢືນຢັນວ່າຈະຮ່ວມກັນຊຸກຍູ້ການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນດ້ານເສດຖະກິດຂອງພາກພື້ນ, ຢ້ຳຄືນເຖິງຄວາມຕັດສິນໃຈໃນການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ, ເນັ້ນໜັກວ່າຕ້ອງຮັກສາຄວາມສາມັກຄີແລະຄວາມເປັນແກນກາງຂອງອາຊຽນ, ບໍ່ກາຍເປັນຕົວແທນຂອງປະເທດໃດໆ.

 

ເຈົ້າໜ້າທີ່ແລະນັກວິຊາການຂອງອາຊຽນເຫັນວ່າ: ອາຊຽນຍຶດໝັ້ນນ້ຳໃຈເອກະລາດແລະເປັນເຈົ້າຕົນເອງ, ເປີດປະຕູສູ່ພາຍນອກແລະມີຄວາໂອບເອື້ອອາລີ, ສຸມໃສ່ດ້ານເສດຖະກິດ, ເອົາໃຈໃສ່ການຮ່ວມມື. ໂດຍສະເພາະແມ່ນຈີນແລະອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນແລະກັນ, ຄວນເພີ່ມທະວີການຮ່ວມມືຕື່ມອີກ, ຫວັງວ່າການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງຝ່າຍຈະໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.