ຜູ້ສ້າງເສັ້ນທາງລົດໄຟຈີນ-ລາວເຊື້ອເຊີນຄູແລະນັກຮຽນລາວຂີ່ລົດໄຟໄປຢ້ຽມຢາມຈີນ

2023-07-17 15:01:13 cri

ຫວ່າງມໍ່ໆມານີ້, ໜ່ວຍງານທີ່ມີສ່ວນຮ່ວມໃນການສ້າງເສັ້ນທາງລົດໄຟຈີນ-ລາວໄດ້ຈັດກິດຈຳກຳແລກປ່ຽນຢູ່ໂຮງຮຽນປະຖົມໜອງປີງມິດຕະພາບຈີນ-ລາວທີ່ນະຄອນຫຼວງ ວຽງຈັນລາວ ໂດຍໄດ້ເຊື້ອເຊີນຄູແລະນັກຮຽນລາວຂີ່ລົດໄຟໄປທັດສະນະສຶກສາຢູ່ປະເທດຈີນ.

ມີຄູແລະນັກຮຽນພ້ອມດ້ວຍຕາງໜ້າຜູ້ປົກຄອງຂອງນັກຮຽນໂຮງຮຽນປະຖົມໜອງປີງ ແລະ ພະນັກງານກັບຜູ້ຕາງໜ້າຄອບຄົວພະນັກງານຂອງໜ່ວຍງານທີ່ມີສ່ວນຮ່ວມໃນໂຄງການສ້າງເສັ້ນທາງລົດໄຟຈີນ-ລາວຂອງຈີນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້. ໃນກິດຈະກຳ, ບໍລິສັດທາງລົດໄຟຈີນໄດ້ມອບອຸປະກອນການຮຽນແລະເຄື່ອງກິລາໃຫ້ກັບໂຮງຮຽນປະຖົມໜອງປີງ.

ຜູ້ອຳນວຍການໂຮງຮຽນປະຖົມໜອງປີງກ່າວວ່າ: ບໍລິສັດທາງລົດໄຟຈີນກັບໂຮງຮຽນປະຖົມໜອງປີງໄດ້ເປັນສັກຂີພິຍານໃຫ້ແກ່ມິດຕະພາບລາວ-ຈີນໃນຍຸກໃໝ່, ມີຄວາມຄອງຄອຍຫຼາຍທີ່ຈະຂີ່ລົດໄຟໄປແລກປ່ຽນແລະທັດສະນະສຶກສາຢູ່ນະຄອນຫຼວງປັກກິ່ງ, ທາງໂຮງຮຽນຈະສືບຕໍ່ລົງເລິກມິດຕະພາບລະຫວ່າງສອງຝ່າຍ ເພື່ອປະກອບສ່ວນທີ່ມີຜົນດີຕໍ່ການຊຸກຍູ້ໃຫ້ການພົວພັນລາວ-ຈີນຂະຫຍາຍຕົວກ້າວໄປຂ້າງໜ້າຕື່ມອີກ.