ກະຊວງການຕ່າງປະເທດຈີນ: ຈີນ-ອາຊຽນໄດ້ບຸກເບີກເສັ້ນທາງທີ່ຖືກຕ້ອງເປັນເພື່ອນບ້ານໃກ້ຄຽງທີ່ດີເປັນເວລາຍາວນານແລະ ມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ

2023-07-18 13:43:13 CRI

 

ຫວ່າງບໍ່ດົນມານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນໄດ້ອອກຖະແຫຼງການຮ່ວມເພື່ອລະລຶກຈີນໄດ້ເຂົ້າຮ່ວມ “ສົນທິສັນຍາມິດຕະພາບແລະການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້” ຄົບຮອບ 20 ປີ. ທ່ານນາງເໝົາໜິງ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມຂອງສື່ມວນຊົນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 17 ກໍລະກົດນີ້ວ່າ: ໃນຕະຫຼອດໄລຍະ 20 ປີມານີ້, ຈີນ-ອາຊຽນໄດ້ບຸກເບີກເສັ້ນທາງທີ່ຖືກຕ້ອງທີ່ແຫ່ງການເປັນເພື່ອບ້ານໃກ້ຄຽງທີ່ດີເປັນເວລາຍາວນານແລະມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

 

ທ່ານນາງເໝົາໜິງກ່າວວ່າ, ໃນປີ 2003, ຜູ້ນຳຂອງຈີນແລະອາຊຽນໄດ້ຮ່ວມກັນເປັນສັກຂີພະຍານໃຫ້ແກ່ຈີນລົງນາມແລະເຂົ້າຮ່ວມ “ສົນທິສັນຍາມິດຕະພາບແລະການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້” ກ່ອນໝູ່, ເຊິ່ງໄດ້ເປີດໄລຍະໃໝ່ຂອງການພົວພັນລະຫວ່າງຈີນ-ອາຊຽນ.

 

“ໃນຕະຫຼອດໄລຍະ 20 ປີມານີ້, ຈີນ-ອາຊຽນໄດ້ປະຕິບັດຕາມເນື້ອໃນຈິດໃຈ “ສົນທິສັນຍາມິດຕະພາບແລະການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້”, ໄດ້ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານ, ໄດ້ບຸກເບີກເສັ້ນທາງທີ່ຖືກຕ້ອງແຫ່ງການເປັນເພື່ອນບ້ານໃກ້ຄຽງທີ່ດີເປັນເວລາຍາວນານແລະມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຍັງໄດ້ຊັກນຳໃຫ້ປະເທດອື່ນໆເຂົ້າຮ່ວມຕາມລຳດັບ. ຄູ່ເຈລະຈາອາຊຽນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຖານະບົດບາດຂອງອາຊຽນໃນເວທີສາກົນໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ອາຊີຕາເວັນອອກກໍໄດ້ກາຍເປັນພາກພື້ນທີ່ມີການພັດທະນາດ້ານເສດຖະກິດຢ່າງວ່ອງໄວທີ່ສຸດ, ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງໄວວາໃນທົ່ວໂລກ. ”

 

ທ່ານນາງເໝົາໜິງກ່າວເນັ້ນວ່າ: ພາຍໃຕ້ສະຖານະການຂອງພາກພື້ນແລະສາກົນທີ່ຜັນແປຢ່າງວ່ອງໄວແລະສັບສົນໃນປັດຈຸບັນນີ້, ລັດຖະມົນຕີການຕ່າງປະເທດຈີນ-ອາຊຽນໄດ້ອອກຖະແຫຼງການຮ່ວມດັ່ງກ່າວ, ມີຜົນດີຕໍ່ການຮ່ວມກັນສົ່ງເສີມຈຸດປະສົງ ແລະ ຫຼັກການຂອງສົນທິສັນຍາ, ສືບທອດແລະເສີມຂະຫຍາຍວິຖີ ແລະສະຕິປັນຍາຂອງອາຊີ, ປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ຮ່ວມກັນປົກປັກຮັກສາຫຼັກການແລະລະບຽບຂອງພາກພື້ນ.