ສີຂຽວໄດ້ກາຍເປັນສີສັນອັນສົດໃສຂອງຄວາມທັນສະໄໝແບບຈີນ

2023-07-18 15:54:37 cri

ເມື່ອບໍ່ດົນມານີ້, ງານກິລານັກສຶກສາມະຫາວິທະຍາໄລໂລກລະດູຮ້ອນເສີງຕູ່ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບ “ສີຂຽວ ແລະ ກາກບອນຕ່ຳ” ໂດຍແຈ້ງໃຫ້ຮູ້ວ່າ: ງານກິລາດັ່ງກ່າວຈະປະຕິບັດມາດຕະການຫຼຸດການປ່ອຍກາກບອນຈາກແຫຼ່ງກຳເນີດຢ່າງຮອບດ້ານ, ຄາດວ່າຈະສາມາດຫຼຸດການປ່ອຍກາກບອນໄດ້ປະມານ 26.000 ໂຕນ. ນອກນີ້, ຄາດວ່າໃນງານກິລາເອຊຽນເກມທີ່ຈະຈັດຂຶ້ນຢູ່ນະຄອນຮາງໂຈ່ວໃນປີນີ້, ຂີ້ເຫຍື້ອຈາກເຮືອນຄົວສະເລ່ຍຕໍ່ຫົວຄົນຈະຫຼຸດລົງ 20% ຂຶ້ນໄປເມື່ອທຽບກັບງານກິລາທີ່ມີຂະໜາດເທົ່າທຽມກັນ, ອັດຕາການໝູນວຽນໃຊ້ໄດ້ຂອງສິນຄ້າສຳປະທານ ແລະ ເຄື່ອງປະດັບສະໜາມກິລາຈະບັນລຸເຖິງ 70%. ສາມາດເວົ້າໄດ້ວ່າ: “ສີຂຽວ ແລະ ກາກບອນຕ່ຳ” ໄດ້ກາຍເປັນລາຍການທີ່ມີບຸລິມະສິດໃນການຈັດກິດຈະກຳຂະໜາດໃຫຍ່ຢູ່ຈີນ.

ໃນເດືອນກັນຍາ 2020, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ປະກາດຕໍ່ທົ່ວໂລກວ່າ: ຈີນຈະພະຍາຍາມບັນລຸການປ່ອຍກາກບອນໃຫ້ເຖິງຈຸດສູງສຸດກ່ອນປີ 2030 ແລະ ບັນລຸຄວາມເປັນກາງທາງດ້ານກາກບອນກ່ອນປີ 2060, ຈັດສອງເປົ້າໝາຍດ້ານກາກບອນດັ່ງກ່າວເຂົ້າໃນການວາງແຜນລວມກ່ຽວກັບຄວາມສີວິໄລທາງລະບົບນິເວດ, ຊຸກຍູ້ໃຫ້ຈີນດຳເນີນການປະຕິຮູບຢ່າງເປັນລະບົບ, ຮອບດ້ານ ແລະ ເລິກເຊິ່ງໃນດ້ານຮູບແບບການພັດທະນາ, ໂຄງປະກອບອຸດສາຫະກຳ, ໂຄງປະກອບດ້ານພະລັງງານ, ແນວຄິດສັງຄົມ ແລະອື່ນໆ. ປັດຈຸບັນ, ການປະຕິຮູບສີຂຽວກຳລັງດຳເນີນໄປຢູ່ຈີນຢ່າງຮອບດ້ານ.

ປັດຈຸບັນ, ຈີນສືບຕໍ່ຊຸກຍູ້ການປັບປຸງໂຄງປະກອບພະລັງງານໃຫ້ດີຂຶ້ນ, ກຳລັງຕິດຕັ້ງການຜະລິດພະລັງງານໄຟຟ້າທີ່ບໍ່ແມ່ນຟອດຊິວ ໄດ້ກວມເອົາ 50,9% ຂອງກຳລັງຕິດຕັ້ງການຜະລິດທັງໝົດ ເຊິ່ງໄດ້ລື່ນກາຍພະລັງງານປະເພດຟອດຊິວເປັນຄັ້ງທຳອິດໃນປະຫວັດສາດ. ໃນ 10 ປີທີ່ຜ່ານມາ, ຈີນໄດ້ຄ້ຳປະກັນຈັງຫວະການເຕີບໂຕສະເລ່ຍຕໍ່ປີ 6,2% ດ້ວຍຈັງຫວະການເຕີບໂຕຂອງການບໍລິໂພກດ້ານພະລັງງານສະເລ່ຍຕໍ່ປີພຽງແຕ່ 3% ເທົ່ານັ້ນ, ຈີນໄດ້ກາຍເປັນປະເທດທີ່ໄດ້ຫຼຸດລະດັບການສິ້ນເປືອງພະລັງງານໄວກວ່າໝູ່ໃນໂລກ.

ປັດຈຸບັນ, ຈີນໄດ້ສ້າງໂຮງງານສີຂຽວ 3.616 ແຫ່ງ, ເຂດນິຄົມອຸດສາຫະກຳສີຂຽວ 267 ແຫ່ງ ແລະ ວິສາຫະກິດຄຸ້ມຄອງຕ່ອງໂສ້ການສະໜອງສີຂຽວ 403 ແຫ່ງ, ການພັດທະນາອຸດສາຫະກຳສີຂຽວຂອງຈີນໄດ້ຮັບປະສິດທິຜົນຢ່າງຊັດເຈນ.

ສະມາຄົມອຸດສາຫະກຳລົດຂອງຈີນໄດ້ເປີດເຜີຍຂໍ້ມູນໃນວັນທີ 11 ກໍລະກົດນີ້ ໂດຍສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີ 2023, ປະລິມານການຜະລິດລົດທີ່ໃຊ້ພະລັງງານໃໝ່ຂອງຈີນໄດ້ບັນລຸເຖິງ 3.788.000 ຄັນ, ເພີ່ມຂຶ້ນ 42,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ປະລິມານການຈຳໜ່າຍບັນລຸເຖິງ 3.747.000 ຄັນ, ເພີ່ມຂຶ້ນ 44,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອຸດສາຫະກຳລົດທີ່ໃຊ້ພະລັງງານໃໝ່ຂອງຈີນສືບຕໍ່ມີທ່ວງທ່າການພັດທະນາທີ່ດີ, ຈັງຫວະການຫັນເປັນສີຂຽວຂອງການຄົມມະນາຄົມຂົນສົ່ງຂອງຈີນໄວຂຶ້ນເທື່ອລະກ້າວ.

ໂດຍປິ່ນອ້ອມສອງເປົ້າໝາຍດ້ານກາກບອນດັ່ງກ່າວ, ການປະຕິຮູບດ້ານເສດຖະກິດສັງຄົມທີ່ກວ້າງຂວາງ, ເລິກເຊິ່ງ ແລະ ເປັນລະບົບນັ້ນ ກຳລັງໄດ້ຮັບການເລັ່ງລັດຊຸກຍູ້ ຄື: ຄະນະກຳມະການຕິດຕາມຄຸ້ມຄອງຫຼັກຊັບຈີນເພີ່ມທະວີການສະໜັບສະໜູນດ້ານການລະດົມທຶນຕໍ່ວິສາຫະກິດສີຂຽວກາກບອນຕ່ຳ, ທະນາຄານກາງຂອງຈີນວາງມາດຕະການສະໜັບສະໜູນຫຼຸດການປ່ອຍກາກບອນ, ນະໂຍບາຍກ່ຽວກັບການທະນາຄານສີຂຽວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະໜາດໃຫຍ່ແລ້ວ; ຈາກການປັບປຸງລະບຽບການສະຫຼຸບ ແລະ ຄິດໄລ່ການປ່ອຍກາກບອນໃຫ້ສົມບູນຂຶ້ນເລື້ອຍໆ, ຕະຫຼອດຮອດການສ້າງຕະຫຼາດກາກບອນໃຫຍ່ທີ່ສຸດຂອງໂລກ, ການຄ້າກາກບອນທີ່ມີຫຼາຍເຄົ້າໄດ້ຮັບການປະຕິບັດເທື່ອລະກ້າວ.

ປັດຈຸບັນ, ແນວຄິດສີຂຽວໄດ້ຝັງເລິກຢູ່ໃນໃຈຂອງຊາວຈີນ. ຊາວຈີນທີ່ນັບມື້ນັບຫຼາຍຂຶ້ນກຳລັງປະຕິບັດຕາມຮູບແບບດຳລົງຊີວິດແບບສີຂຽວ ເຊັ່ນ: ຕັ້ງອຸນຫະພູມແອເຢັນໃຫ້ເໝາະສົມ, ຫຼຸດການຊື້ ແລະ ນຳໃຊ້ເຄື່ອງໃຊ້ເທື່ອດຽວ, ໃຫ້ບຸລິມະສິດແກ່ການອອກເດີນທາງດ້ວຍການຂົນສົ່ງສາທາລະນະ ແລະ ອື່ນໆ, ສີຂຽວໄດ້ກາຍເປັນສີສັນອັນສົດໃສຂອງຄວາມທັນສະໄໝແບບຈີນ.