ພົນລະເມືອງຟິລິບປິນທີ່ຍົກຍ້າຍຍ້ອນການເຄື່ອນໄຫວຂອງພູເຂົາໄຟຫຼາຍກວ່າ 1600 ຄົນເປັນພະຍາດລະບົບຫາຍໃຈ

2023-07-18 16:20:28 CRI


ວັນທີ 17 ກໍລະກົດ 2023, ກະຊວງສາທາລະນະສຸກຟິລິບປິນຢືນຢັນວວ່າ, ໃນພົນລະເມືອງທີ່ຍົກຍ້າຍຍ້ອນການເຄື່ອນໄຫວແບບຜິດປົກກະຕິຂອງພູເຂົາໄຟມາຢົນ, ຢ່າງໜ້ອຍມີ 1624 ຄົນໄດ້ຖືກບົ່ງມະຕິເປັນພະຍາດລະບົບຫາຍໃຈ, ຈຳນວນຜູ້ເປັນພະຍາດມີທ່າອຽງເພີ່ມຂຶ້ນ, ອາການຕົ້ນຕໍແມ່ນເປັນໄອ, ເປັນໄຂ້ ແລະ ເຈັບຄໍ. ແຕ່ພາກສ່ວນສາທາລະນະສຸກບໍ່ໄດ້ອະທິບາຍສາເຫດທີ່ພາໃຫ້ເກີດອາການເຫຼົ່ານີ້.


ນັບແຕ່ເດືອນມິຖຸນາປີ 2023 ເປັນຕົ້ນມາ, ພູເຂົາໄຟມາຢົນໄດ້ເກີດມີການເຄື່ອນໄຫວແບບຜິດປົກກະຕິຢ່າງຕໍ່ເນື່ອງ. ອົງການປົກຄອງທ້ອງຖິ່ນໄດ້ຍົກຍ້າຍພົນລະເມືອງ 2 ໝື່ນກວ່າຄົນທີ່ຢູ່ “ເຂດອັນຕະລາຍ” ໃກ້ກັບພູເຂົາໄຟໄປບ່ອນຫຼົບໄພຊົ່ວຄາວ.