ທ່ານສີຈິ້ນຜິງ ປະທານປະເທດຈີນ ກັບ ເຈົ້າຊີວິດກຳປູເຈຍສົ່ງສານຊົມເຊີຍຕໍ່ກັນກ່ຽວກັບຈີນ-ກຳປູເຈຍສ້າງສາຍພົວພັນທາງການທູດຄົບຮອບ 65 ປີ

2023-07-19 15:00:35 cri

ວັນທີ 19 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ກັບ ສົມເດັດໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍໄດ້ສົ່ງສານຊົມເຊີຍຕໍ່ກັນກ່ຽວກັບຈີນ-ກຳປູເຈຍສ້າງສາຍພົວພັນທາງການທູດຄົບຮອບ 65 ປີ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ໃນຕະຫຼອດໄລຍະ 65 ປີທີ່ສ້າງສາຍພົວພັນທາງການທູດມານີ້, ການພົວພັນຈີນ-ກຳປູເຈຍໄດ້ຜ່ານຜ່າການທົດສອບຈາກການປ່ຽນແປງຂອງສະຖານະການສາກົນ ແລະ ມີການຂະຫຍາຍຕົວຢ່າງໝັ້ນຄົງຂະໜົງແກ່ນ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍການພົວພັນຈີນ-ກຳປູເຈຍ, ຍິນດີຮ່ວມກັບສົມເດັດສີຫາໂມນີພະຍາຍາມຮ່ວມກັນ ເພື່ອຊຸກຍູ້ໃຫ້ມິດຕະພາບຈີນ-ກຳປູເຈຍແຕກດອກອອກຜົນຫຼາຍກວ່າເກົ່າ, ສ້າງຜົນປະໂຫຍດຕົວຈິງໃຫ້ກັບປະຊາຊົນສອງຊາດ.

ເນື້ອໃນສານຊົມເຊີຍຂອງສົມເດັດໂນໂລດົມ ສີຫາໂມນີລະບຸວ່າ: ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກຳປູເຈຍກັບຈີນມີປະຫວັດຍາວນານມາແຕ່ບູຮານນະການ. ພາຍໃຕ້ສະຖານະການໃໝ່, ຂ້າພະເຈົ້າເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງກຳປູເຈຍ-ຈີນຍ່ອມຈະໄດ້ຮັບການປັບປຸງໃຫ້ໝັ້ນຄົງຢ່າງຕໍ່ເນື່ອງ, ມິດຕະພາບອັນໝັ້ນໜຽວຂອງສອງປະເທດຍ່ອມຈະສືບຕໍ່ກັນໄປທຸກເຊັ່ນຄົນ.