ລົດເມທີ່ບັນທຸກນັກທ່ອງທ່ຽວຈີນເກີດອຸປະຕິເຫດຢູ່ຫວຽດນາມ

2023-07-19 15:02:03 cri


ວັນທີ 18 ກໍລະກົດນີ້, ສະຖານກົງສຸນໃຫຍ່ຈີນປະຈຳນະຄອນໂຮ່ຈີມິນຫວຽດນາມແຈ້ງຂ່າວວ່າ: ວັນທີ 18 ກໍລະກົດ, ລົດເມທ່ອງທ່ຽວທີ່ບັນທຸກນັກທ່ອງທ່ຽວຈີນ 21 ຄົນໄດ້ເກີດອຸປະຕິເຫດຢູ່ແຂວງແຄັງຮວາ. ຕາມການແຈ້ງຂ່າວໃນເປື້ອງຕົ້ນຂອງຫວຽດນາມ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ, 8 ຄົນບາດເຈັບສາຫັດ.