ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຈະເປີດກັບອາຖັນພັນໂດຣາທີ່ເຮັດໃຫ້ສິ່ງແວດລ້ອມທົ່ວໂລກເລັ່ງລັດຊຸດໂຊມລົງ

2023-07-19 16:46:06 cri

    ຫວ່າງມໍ່ໆມານີ້, ຍີ່ປຸ່ນບໍ່ເອົາຫົວຊາຕໍ່ການຄັດຄ້ານຈາກປະຊາຄົມໂລກ, ໂດຍມີແຜນຈະເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງເກາະຟູຄູຊີມະລົງສູ່ທະເລໃນເດືອນສິງຫາໜ້ານີ້, ຂ່າວນີ້ເຮັດໃຫ້ຫາງສຽງຂອງປະຊາຄົມໂລກວິພາກວິຈານຢ່າງໜັກ, ໂດຍສະເພາະແມ່ນຊາວປະມົງຂອງຈີນ, ສ.ເກົາຫຼີ, ປະເທດເກາະດອນມະຫາສະໝຸດປາຊີຟິກ ແລະ ຍີ່ປຸ່ນເອງລ້ວນແຕ່ຕຳໜິຕິຕຽນແຜນການດັ່ງກ່າວຢ່າງບໍ່ຢຸດຢັ້ງ. ປະຊາຊົນຍີ່ປຸ່ນ ແລະ ສ.ເກົາຫຼີຈຳນວນໜຶ່ງຈັດງານຊຸມນຸມຢູ່ເກາະຟູຄູຊີມະໃນວັນທີ 17 ກໍລະກົດນີ້, ເພື່ອຄັດຄ້ານແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງເກາະຟູຄູຊີມະລົງສູ່ທະເລ.

    ກ່ອນໜ້ານີ້, ຍີ່ປຸ່ນເຄີຍສະເໜີໃຫ້ອົງການພະລັງງານປະລະມານູສາກົນ ຫຼື IAEA ຮັບຮອງບົດລາຍງານການປະເມີນ, ແລະ ຖືເອົາບົດລາຍງານການປະເມີນສັງລວມຂອງ IAEA ເປັນ “ໃບອະນຸຍາດ” ຂອງການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຕົນ. ແຕ່ວ່າ, ນັກວິເຄາະທີ່ກ່ຽວຂ້ອງຊີ້ໃຫ້ເຫັນວ່າ: ກ່ອນອື່ນໝົດ, IAEA ພຽງແຕ່ເປັນຝ່າຍປະເມີນເທົ່ານັ້ນ, ຫາກບໍ່ແມ່ນຜູ້ຕັດສິນ. ຍີ່ປຸ່ນມີສິດລະບາຍນ້ຳປົນເປື້ອນລັງສີນິວເຄລຍຫຼືບໍ່, ບໍ່ແມ່ນອົງການຈັດຕັ້ງສາກົນໃດໜຶ່ງຈະສາມາດຕົກລົງແຕ່ຝ່າຍດຽວໄດ້, ຍັງຕ້ອງຄຳນຶງເຖິງອົງການວຽກງານທາງທະເລນາໆຊາດ ຫຼື LMD, ອົງການອະນາໄມໂລກ ແລະ ອົງການຈັດຕັ້ງສາກົນອື່ນໆ, ເຊິ່ງອົງການເຫຼົ່ານີ້ກໍມີສິດຕິດຕາມຄຸ້ມຄອງເຊັ່ນດຽວກັນ. ຖັດມາ, ນ້ຳປົນເປື້ອນລັງສີສິວເຄລຍຕົວຢ່າງທີ່ຍີ່ປຸ່ນສະໜອງໃຫ້ແກ່ IAEA ນັ້ນກໍບໍ່ຄົບຖ້ວນ. ອ່າງເກັບນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນມີຂະໜາດໃຫຍ່, ວັດຖຸພັນທີ່ມີລັງສີນິວເຄລຍທີ່ເຂັ້ມຂຸ້ນຕົກຕະກອນຢູ່ໃຕ້ອ່າງ, ແຕ່ວ່າຍີ່ປຸ່ນພຽງແຕ່ເອົານ້ຳຢູ່ເທິງອ່າງມາເປັນຕົວຢ່າງເທົ່ານັ້ນ, ສະນັ້ນມັນບໍ່ສາມາດເປັນຕົວຢ່າງທີ່ຄົບຖ້ວນໄດ້. ອີກຢ່າງໜຶ່ງ, ນັກຂ່າວໄດ້ຮູ້ວ່າ, ຫ້ອງທົດລອງຝ່າຍທີສາມ 6 ແຫ່ງທີ່ເຂົ້າຮ່ວມການປະເມີນເທື່ອນີ້ມາຈາກສະວິສ, ໂອດຣິສ, ໂມນາໂກ, ສ.ເກົາຫຼີ, ຝຣັ່ງ ແລະ ອາເມຣິກາ, ນອກຈາກ ສ.ເກົາຫຼີ ແລ້ວລ້ວນແຕ່ເປັນປະເທດຢູ່ນອກພາກພື້ນ, ເຊິ່ງບໍ່ແມ່ນຝ່າຍທີ່ມີສ່ວນໄດ້ສ່ວນເສຍກ່ຽວກັບເລື່ອງນີ້, ສະນັ້ນບົດລາຍງານດັ່ງກ່າວຈຶ່ງເປັນບົດລາຍງານທີ່ບໍ່ໜ້າເຊື່ອຖືໄດ້.

    ໃນນ້ຳປົນເປື້ອນລັງສີນິວເຄລຍຂອງເກາະຟູຄູຊີມະມີລັງສີນິວເຄລຍຫຼາຍກວ່າ 60 ຊະນິດ, ການລະບາຍນ້ຳປົນເປື້ອນລັງສີລົງສູ່ທະເລໂດຍກົງຈະຫຼຸດຜົນກະທົບຕໍ່ດິນແດນຍີ່ປຸ່ນ, ແຕ່ວ່າລັງສີນິວເຄລຍຈະແພ່ລະບາດໄປທົ່ວມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດອື່ນໆທີ່ຫ່າງຈາກຍີ່ປຸ່ນໄກແສນໄກໂດຍຜ່ານກະແສນ້ຳໄຫຼຂອງທະເລ, ຈະສ້າງຜົນກະທົບທີ່ປະເມີນບໍ່ໄດ້ຕໍ່ຄວາມສົມດຸນທາງລະບົບນິເວດທາງທະເລຂອງປະເທດອ້ອມຂ້າງ ແລະ ສິ່ງແວດລ້ອມທາງທະເລຂອງໂລກ.

    ເບິ່ງຈາກແຜນການແກ້ໄຂທີ່ເປັນວິທະຍາສາດແລ້ວ, ການສືບຕໍ່ສ້າງອ່າງເກັບນ້ຳຂະໜາດໃຫຍ່ເທິງໜ້າດິນ, ຫຼືວ່າເຮັດໃຫ້ນ້ຳປົນເປື້ອນລັງສີນິວເຄລຍກາຍເປັນອາຍນ້ຳລະບາຍເຂົ້າສູ່ຊັ້ນອາກາດ, ລ້ວນແຕ່ເປັນວິທີທີ່ມີຜົນທຳລາຍອ່າວຕ່ຳພາຍໃຕ້ເງື່ອນໄຂດ້ານເຕັກນິກທີ່ມີຢູ່ໃນປັດຈຸບັນ. ອຸປະຕິເຫດນິວເຄລຍທີ່ເກີດຂຶ້ນໃນປະຫວັດສາດຄື: ອຸປະຕິເຫດ Chernobyl ແລະ ອຸປະຕິເຫດເກາະ Three Mile ກໍໄດ້ໃຊ້ວິທີດັ່ງກ່າວ, ສ່ວນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນບໍ່ເຄີຍມີມາກ່ອນ. ຍີ່ປຸ່ນຢາກລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ຜົນດີພຽງໜຶ່ງດຽວກໍຄືປະຢັດເງິນໃຫ້ແກ່ຍີ່ປຸ່ນເທົ່ານັ້ນ, ແຕ່ພັດໄດ້ເຮັດໃຫ້ທົ່ວໂລກປະສົບໄພອັນຕະລາຍ.

    ທະເລແມ່ນສັບຊິນສາທາລະນະຂອງທົ່ວໂລກ, ແລະ ບໍ່ແມ່ນທໍ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນ. ຍີ່ປຸ່ນທຳລາຍຜົນປະໂຫຍດຮ່ວມກັນຂອງມວນມະນຸດເພື່ອຮັກສາຜົນປະໂຫຍດຂອງຕົນແຕ່ຝ່າຍດຽວ, ຈະເປັນການເປີດກັບອາຖັນພັນໂດຣາທີ່ເຮັດໃຫ້ສິ່ງແວດລ້ອມທົ່ວໂລກເລັ່ງລັດຊຸດໂຊມລົງ, ສ້າງຜົນຮ້າຍທີ່ບົ່ມຊ້ອນໃຫ້ແກ່ສິ່ງແວດລ້ອມໃນທະເລ, ລະບົບນິເວດຂອງໂລກ ແລະ ສຸຂະພາບແຂງແຮງຂອງປະຊາຊົນໃນປະເທດຕ່າງໆ.