ໃນ 6 ເດືອນຕົ້ນປີ 2023 ນີ້ ການນຳເຂົ້າ ແລະ ສົ່ງອອກຂອງເຂດກວາງຊີຈີນຕໍ່ອາຊຽນໄດ້ເພີ່ມຂຶ້ນ 92,6%

2023-07-19 14:10:30 CRI

 

ຕາມຂ່າວCRI: ວັນທີ 18 ກໍລະກົດນີ້, ນັກຂ່າວໄດ້ຮັບຊາບຈາກດ່ານພາສີນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນວ່າ: ໃນຊຸມປີມໍ່ໆມານີ້, ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງເຂດກວາງຊີຈີນ-ອາຊຽນໄດ້ຮັບການເຕີບໂຕຢ່າງຕໍ່ເນື່ອງ. ນັບມາຮອດປີ 2022, ອາຊຽນໄດ້ຮັກສາຖານະຄູ່ການຄ້າໃຫຍ່ທີ່ສຸດຂອງເຂດກວາງຊີໃນຮອບ 23 ປີຢ່າງລຽນຕິດ. ໃນ 6 ເດືອນຕົ້ນປີນີ້, ການນຳເຂົ້າ ແລະ ສົ່ງອອກຂອງເຂດກວາງຊີຕໍ່ອາຊຽນມີເຖິງ 161,38 ຕື້ຢວນ, ໄດ້ເພີ່ມຂຶ້ນ 92,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ການສົ່ງອອກມີເຖິງ 109,58 ຕື້ຢວນ, ເພີ່ມຂຶ້ນ88,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ; ການນຳເຂົ້າມີເຖິງ 51,8 ຕື້ຢວນ, ເພີ່ມຂຶ້ນ 102,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

 

ນັບແຕ່ປີ 2022 ເປັນຕົ້ນມາ, ຜະລິດຕະພັນກະສິກຳທີ່ມີຄຸນນະພາບດີ 20 ກວ່າຊະນິດຂອງອາຊຽນໄດ້ຮັບການອະນຸມັດນຳເຂົ້າຈາກຈີນ, ໄດ້ຕອບສະໜອງຄວາມຕ້ອງການດ້ານການບໍລິໂພກໃນເຂດກວາງຊີຢ່າງບໍ່ຢຸດຢັ້ງ, ກໍໄດ້ທຸ່ມເທກຳລັງແຮງໃໝ່ເຂົ້າໃນການຄ້າສອງຝ່າຍລະຫວ່າງເຂດກວາງຊີ-ອາຊຽນ. ໃນ 6 ເດືອນຕົ້ນປີນີ້, ເຂດກວາງຊີໄດ້ນຳເຂົ້າຜະລິດຕະພັນກະສິກຳຂອງອາຊຽນ 8,81 ຕື້ຢວນ, ໄດ້ເພີ່ມຂຶ້ນ 53,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ໄດ້ເຮັດໃຫ້ການນຳເຂົ້າຈາກອາຊຽນຂອງເຂດກວາງຊີເພີ່ມຂຶ້ນ 12,1 %.