ປູພື້ນຖານສີຂຽວໃຫ້ແກ່ການພັດທະນາດ້ວຍຄຸນນະພາບສູງຂອງເສດຖະກິດຈີນ

2023-07-19 17:46:33 cri


ແຕ່ວັນທີ 17-18 ກໍລະກົດ 2023, ກອງປະຊຸມອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເຂົ້າຮ່ວມກອງປະຊຸມ, ພ້ອມທັງວາງມາດຕະການສຳຄັນກ່ຽວກັບການສ້າງ “ປະເທດຈີນທີ່ສວຍງາມ”, ໂດຍສະເໜີໃຫ້ສ້າງລະບົບ ເສດຖະກິດໝູນວຽນແບບສີຂຽວ ແລະກາກບອນຕ່ຳ, ສ້າງພື້ນຖານສີຂຽວທີ່ໜັກແໜ້ນສຳລັບການພັດທະນາດ້ວຍຄຸນນະພາບສູງ, ເລັ່ງລັດຊຸກຍູ້ຄວາມທັນສະໄໝທີ່ມະນຸດ ກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ.

ແນວຄິດສີຈິ້ນຜິງກ່ຽວກັບຄວາມສີວິໄລດ້ານນິເວດກຳເນີດມາຈາກແນວຄິດປັດຊະຍາ ຄື “ຄົນກັບທຳມະຊາດເຊື່ອມໂຍງເຂົ້າກັນ” “ຊີວະນານາພັນພັດທະນາໄປພ້ອມກັນ” ທີ່ຊາວຈີນເຊື່ອຖືມາແຕ່ບູຮານ. ໃນ 10 ປີທີ່ຜ່ານມາ, ຈີນໄດ້ຖືການສ້າງຄວາມສິວິໄລດ້ານນິເວດເປັນແຜນຍຸດທະສາດພື້ນຖານທີ່ພົວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ແລະໄດ້ດຳເນີນວຽກງານຕ່າງໆທີ່ມີລັກສະນະປະດິດສ້າງ, ການສ້າງສາ “ປະເທດຈີນທີ່ສວຍງາມ” ໄດ້ມີຄວາມຄືບໜ້າທີ່ສຳຄັນ.



ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງສະເໜີອອກວ່າ: ຕ້ອງວາງແຜນຢູ່ໃນລະດັບສູງທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ອອກແຮງສ້າງລະບົບເສດຖະກິດໝູນວຽນແບບສີຂຽວ ແລະ ກາກບອນຕ່ຳ, ຫຼຸດຜ່ອນຄ່າທົດແທນດ້ານຊັບພະຍາກອນ ແລະ ສິ່ງແວດລ້ອມຈາກການພັດທະນານັ້ນຢ່າງມີປະສິດທິຜົນ; ຍຶດໝັ້ນການອະນຸລັກພູຜາປ່າໄມ້ ທົ່ງນາ ໜອງບຶງ ທົ່ງຫຍ້າ ແລະ ທະເລຊາຍຢ່າງເປັນເອກະພາບກັນ ແລະ ປັບປຸງຢ່າງເປັນລະບົບ; ສ້າງສະພາບລວມແຫ່ງການອະນຸລັກ ແລະ ຄຸ້ມຄອງຈາກຈອມພູຮອດທະເລ, ນຳໃຊ້ວິທີການຟື້ນຟູແບບທຳມະຊາດ ແລະ ຟື້ນຟູດ້ວຍແຮງຄົນໂດຍສັງລວມ; ສ້າງລະບົບພະລັງງານທີ່ອະອາດ ກາກບອນຕ່ຳ ປອດໄພ ແລະ ມີປະສິດທິຜົນສູງ, ເລັ່ງລັດສ້າງລະບົບພະລັງງານໄຟຟ້າແບບໃໝ່; ປັບປຸງນະໂຍບາຍພັດທະນາເສດຖະກິດຕາມທິດສີຂຽວ ແລະ ກາກບອນຕ່ຳ, ຊຸກຍູ້ຕະຫຼາດທີ່ມີປະສິດທິຜົນເຊື່ອມໂຍງກັບລັດຖະບານທີ່ມີການປະຕິບັດວຽກງານຢ່າງມີປະສິດທິຜົນນັ້ນໃຫ້ດີກວ່າເກົ່າ, ຈັດເອົາສິດລະບາຍກາກບອນ, ສິດນຳໃຊ້ພະລັງງານ, ສິດນຳໃຊ້ນ້ຳ, ສິດລະບາຍມົນລະພິດ ແລະ ປັດໄຈດ້ານຊັບພະຍາກອນ ແລະ ສິ່ງແວດລ້ອມອື່ນໆເຂົ້າໃນແຜນລວມຂອງການປະຕິຮູບ; ເລັ່ງລັດສ້າງລະບົບຕິດຕາມຄຸ້ມຄອງຄວາມໜ້າເຊື່ອຖືດ້ານການອະນຸລັກສິ່ງແວດລ້ອມ, ຊຸກຍູ້ອຸດສາຫະກຳອະນຸລັກສິ່ງແວດລ້ອມ ແລະ ການບໍລິການສິ່ງແວດລ້ອມໃຫ້ມີການພັດທະນາຢ່າງປອດໃສ; ຊຸກຍູ້ໃຫ້ວິທະຍາສາດເຕັກໂນໂລຊີແບບສີຂຽວ ແລະ ກາກບອນຕ່ຳສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ລົງເລິກນຳໃຊ້ເຕັກໂນໂລຊີດີຈີຕອນ ເຊິ່ງລວມທັງປັນຍາປະດິດ ແລະ ອື່ນໆ, ສ້າງລະບົບຄຸ້ມຄອງດ້ວຍເຕັກໂນໂລຊີດີຈີຕອນໃນການສ້າງສາ “ປະເທດຈີນທີ່ສວຍງາມ”, ສ້າງຄວາມສິວິໄລດ້ານນິເວດດ້ວຍເຕັກໂນໂລຊີດີຈີຕອນຕາມທິດສີຂຽວ ແລະ ອັດສະລິຍະ.



ໃນຖານະເປັນປະເທດພວມພັດທະນາທີ່ມີປະຊາກອນ 1,4 ຕື້ຄົນ, ພຶດຕິກຳຂອງຈີນທີ່ບັນລຸການເຕີບໂຕດ້ານເສດຖະກິດ, ການອະນຸລັກສິ່ງແວດລ້ອມ ແລະ ຜົນປະໂຫຍດຂອງປະຊາຊົນໄປພ້ອມກັນນັ້ນໄດ້ຮັບຄວາມສົນໃຈເປັນຢ່າງສູງຈາກປະຊາຄົມໂລກ. ທ່ານຈອນ ຄົບ, ບັນດິດສະຖາບັນວັດທະນະທຳ ແລະ ວິທະຍາສາດແຫ່ງຊາດອາເມຣິກາທີ່ເປັນໜຶ່ງໃນຜູ້ສະເໜີມະໂນພາບ “GDPສີຂຽວ” ກ່ອນໝູ່ໄດ້ເຫັນວ່າ: “ຈີນໄດ້ນຳເອົາແສງສະຫວ່າງແຫ່ງຄວາມຫວັງໃຫ້ແກ່ການສ້າງຄວາມສິວິໄລດ້ານນິເວດໃຫ້ກັບທົ່ວໂລກ.” ທ່ານເອຣິກ ໂຊເຮມ ຫົວໜ້າບໍລິຫານງານຂອງໂຄງການສິ່ງແວດລ້ອມສະຫະປະຊາຊາດໄດ້ຖືເອົາການພັດທະນາຂອງແຂວງເຈີ້ຈ່ຽງຈີນເປັນແບບຢ່າງ ໂດຍຊີ້ອອກວ່າ: “ສິ່ງທີ່ໄດ້ເຫັນຢູ່ເຈີ້ຈ່ຽງ ກໍແມ່ນໂສມໜ້າຂອງຈີນ ທັງເປັນໂສມໜ້າຂອງໂລກໃນອະນາຄົດ! ສິ່ງລ້ຳຄ່າທີ່ສຸດແມ່ນທັດສະນະກ່ຽວກັບສະພາບການລວມ, ໄດ້ບັນລຸການພັດທະນາແບບຍືນຍົງ ແລະ ປະສານສົມທົບກັນໃນຫຼາຍດ້ານ ເຊັ່ນ: ການອະນຸລັກສິ່ງແວດລ້ອມ, ພັດທະນາເສດຖະກິດ, ເພີ່ມທະວີການປະກອບອາຊີບ, ສຸຂະພາບຂອງປະຊາຊົນ, ການທ່ອງທ່ຽວຢູ່ຊົນນະບົດ ແລະອື່ນໆ.”