ຟິລິບປິນສ້າງຕັ້ງຈັດກອງທຶນຊັບສິນພາກລັດແຫ່ງທຳອິດ

2023-07-19 15:35:06 CRI

    ວັນທີ 18 ກໍລະກົດນີ້, ທ່ານເຟີດີນານ ໂອມົວເດສ ມາໂກສ ປະທານາທິບໍດີຟິລິບປິນໄດ້ລົງນາມໃນຮ່າງກົດໝາຍ ເພື່ອສ້າງຕັ້ງ “ກອງທຶນມາຮາລີກາ” ເຊິ່ງເປັນກອງທຶນຊັບສິນພາກລັດແຫ່ງທຳອິດຂອງຟິລິບປິນຢ່າງເປັນທາງການ ໂດຍມີເງິນທຶນຂັ້ນເລີ່ມຕົ້ນ 9ຕື້ໂດລາສະຫະລັດ.


    ມື້ດຽວກັນ, ທ່ານມາໂກສກ່າວວ່າ, ການສ້າງຕັ້ງກອງທຶນນີ້ຈະສາມາດນຳໃຊ້ຊັບສິນຂອງລັດທີ່ຍັງບທັນໍ່ໄດ້ຖືກນຳໃຊ້ຢ່າງເຕັມທີ່ນັ້ນໃຫ້ເກີດມີປະສິດທິຜົນ,ສະຫນອງເງິນທຶນໃຫ້ໂຄງການສຳຄັນທີ່ລັດລົງທຶນ.



    ທ່ານເບັນຈາມິນ ດີອອກໂນ ລັດຖະມົນຕີກະຊວງການເງິນຟິລິບປິນກ່າວວ່າ: ກອງທຶນຊັບສິນພາກລັດຈະປັບປຸງການນຳໃຊ້ ແລະ ການຄຸ້ມຄອງຊັບສິນການເງິນຂອງລັດຖະບານໃຫ້ດີຂ້ນ, ເຮັດໃຫ້ການກໍ່ສ້າງພື້ນຖານໂຄງລ່າງເລັ່ງໄວຂຶ້ນ, ສ້າງວຽກເຮັດງານທຳໃຫ້ຫຼາຍກວ່າເກົ່າ, ດຶງດູດນັກລົງທຶນຕ່າງປະເທດ ແລະ ຊຸກຍູ້ເສດຖະກິດໃຫເຕີບໂຕໄວກວ່າເກົ່າ.