ປະຊາຊົນຟິລິບປິນຈັດການປະທ້ວງ ເພື່ອຄັດຄ້ານແຜນການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ

2023-07-20 15:16:05 cri


ວັນທີ 19 ກໍລະກົດນີ້, ປະຊາຊົນຟິລິບປິນຈຳນວນໜຶ່ງໄດ້ຈັດການປະທ້ວງຢູ່ໜ້າປະຕູຂອງກະຊວງການຕ່າງປະເທດຟິລິບປິນ ເພື່ອຄັດຄ້ານແຜນການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ. ຜູ້ປະທ້ວງເຫັນວ່າ: ການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລ ບໍ່ພຽງແຕ່ຈະສ້າງຜົນຮ້າຍໃຫ້ແກ່ປະຊາຊົນຍີ່ປຸ່ນເທົ່ານັ້ນ, ຍັງຈະກະທົບເຖິງປະຊາຊົນປະເທດອື່ນໆທີ່ທຳມາຫາກິນໂດຍຊັບພະຍາກອນທາງທະເລ.

ຜູ້ປະທ້ວງໄດ້ຍື່ນຄຳຮ້ອງຂໍສະບັບໜຶ່ງຕໍ່ກະຊວງການຕ່າງປະເທດຟິລິບປິນ ໂດຍໄດ້ເລັ່ງທ້ວງໃຫ້ລັດຖະບານຟິລິບປິນສະແດງຫຼັກໝັ້ນຄັດຄ້ານຕໍ່ຍີ່ປຸ່ນ, ຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນຮັບປະກັນສິດທິຂອງຊາວປະມົງຢ່າງແທ້ຈິງ.