ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ

2023-07-20 17:14:29 CRI


ວັນທີ 20 ກໍລະກົດ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເຮັນຣີ ອັນເຟຣດ ກິຊິງເກີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢູ່ຫໍຮັບແຂກເມືອງຕ້ຽວອີທາຍທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ປັດຈຸບັນ ໂລກພວມຢູ່ໃນສະພາບການປ່ຽນແປງທີ່ບໍ່ເຄີຍມີມາໃນຮອບຮ້ອຍປີຜ່ານມາ, ສະພາບການສາກົນໄດ້ເກີດມີການປ່ຽນແປງອັນໃຫຍ່ຫຼວງ. ຈີນ ແລະ ອາເມຣິກາໄດ້ຢູ່ທາງແຍກອີກຄັ້ງໜຶ່ງ, ຕ້ອງການໃຫ້ສອງຝ່າຍທຳການເລືອກອີກເທື່ອໜຶ່ງ. ເມື່ອຈ້ອງມອງໄປທີ່ອະນາຄົດ, ຈີນ ແລະ ອາເມຣິກາສາມາດຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອຜົນປະໂຫຍດ ແລະ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເຊິ່ງຂໍກຸນແຈສຳຄັນແມ່ນຫຼັກການ 3 ປະການ ຄື ເຄົາລົບກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ບົນພື້ນຖານດັ່ງກ່າວ, ຈີນຍິນດີຮ່ວມກັບອາເມຣິກາເປິກສາຫາລືກ່ຽວກັບເສັ້ນທາງທີ່ຖືກຕ້ອງທີ່ສອງປະເທດຢູ່ຮ່ວມກັນ, ຊຸກຍູ້ສາຍພົວພັນຈີນ-ອາເມຣິກາກ້າວໄປໜ້າຢ່າງໜັກແໜ້ນ, ສິ່ງນີ້ມີຜົນດີຕໍ່ທັງສອງຝ່າຍ, ທັງຈະນຳເອົາຜົນປະໂຫຍດມາໃຫ້ກັບທົ່ວໂລກ. ຫວັງວ່າທ່ານກິຊິງເກີ ແລະ ຜູ້ມີວິໄສທັດເບິ່ງກວ້າງມອງໄກຂອງອາເມຣິກາຈະສືບຕໍ່ປະກອບສ່ວນທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ສາຍພົວພັນຈີນ-ອາເມຣິກາກັບຄືນສູ່ວົງໂຄຈອນທີ່ຖືກຕ້ອງ.

 

ທ່ານກິຊິງເກີກ່າວວ່າ, ສາຍພົວພັນອາເມຣິກາ-ຈີນມີຄວາມສຳຄັນເປັນຢ່າງຍິ່ງຕໍ່ ສອງປະເທດອາເມຣິກາ ແລະຈີນ ກໍຄືສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ພາຍໃຕ້ສະພາບການໃນປັດຈຸບັນນີ້, ຄວນປະຕິບັດຕາມຫຼັກການທີ່ລະບຸໃນ “ຖະແໜງການຊຽງໄຮ້”, ຕ້ອງເຂົ້າໃຈຄວາມໝາຍສຳຄັນທີ່ສຸດຂອງຫຼັກການ “ປະເທດຈີນດຽວ” ທີ່ມີຕໍ່ປະເທດຈີນ, ຊຸກຍູ້ສາຍພົວພັນອາເມຣິກາ-ຈີນພັດທະນາໄປໃນທິດທາງທີ່ຕັ້ງໜ້າ. ຂ້າພະເຈົ້າຍິນດີສືບຕໍ່ສຸມຄວາມພະຍາຍາມເພື່ອເພີ່ມພູນຄູນສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດອາເມຣິກາ-ຈີນ.